ຝຸ່ນ PM2.5 ປົກຄຸມທົ່ວປະເທດ ສ່ຽງຕໍ່ສຸຂະພາບສູງ

ອີງຕາມບົດລາຍງານການວັດແທກຄຸນນະພາບອາກາດ ຈາກສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງກຳສິກຳ ແລະ ປ່າໄມ້ ປະຈຳວັນທີ 02 ເມສາ 2026 ພົບວ່າຄ່າຝຸ່ນລະອອງຂະໜາດນ້ອຍ PM 2.5 ໃນຫຼາຍແຂວງທົ່ວປະເທດ ຢູ່ໃນລະດັບທີ່ “ເລີ່ມມີຜົນກະທົບຕໍ່ສຸຂະພາບ” (ສີສົ້ມ).

ຈຸດທີ່ຄວນເຝົ້າລະວັງເປັນພິເສດ:

ບາງພື້ນທີ່ດັດຊະນີຄຸນນະພາບອາກາດ (AQI) ພຸ່ງສູງເກືອບແຕະເຂດອັນຕະລາຍ (ສີແດງ), ເຊິ່ງມີ 3 ຈຸດທີ່ມີຄ່າ ດັດຊະນີຄຸນນະພາບອາກາດ ສູງສຸດຮອດ 150​ ໄມໂຄຣກຣາມ ຕໍ່ແມັດກ້ອນ ຄື:

ແຂວງອຸດົມໄຊ: ເມືອງໄຊ, ບ້ານດອນໄຊ 150​ ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ແຂວງອັດຕະປື: ເມືອງສາມັກຄີໄຊ, ບ້ານຫຼັກສາມ 150​ ໄມໂຄຣກຣາມ ຕໍ່ແມັດກ້ອນ.​

ແຂວງຈຳປາສັກ: ບ້ານສະພານໄຊ 149 ໄມໂຄຣກຣາມ ຕໍ່ແມັດກ້ອນ.​

​ສ່ວນເຂດ ນະຄອນຫຼວງວຽງຈັນ ໂດຍສະເພາະເມືອງຈັນທະບູລີ ແລະ ໄຊເສດຖາ ຄ່າຝຸ່ນຍັງສູງຢູ່ລະຫວ່າງ 106.​5 – 148 ໄມໂຄຣກຣາມ ຕໍ່ແມັດກ້ອນ,​ ເຊິ່ງຖືວ່າອັນຕະລາຍຕໍ່ສຸຂະພາບໃນໄລຍະຍາວ.

ເລື່ອງໜ້າຮູ້ກ່ຽວກັບ PM 2.5 ແລະ ວິທີປ້ອງກັນ:

1 . PM 2.5 ແມ່ນຫຍັງ ແລະ ເກີດຈາກໃສ?

ມັນຄືຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ 2.5 ໄມຄຣອນ (ນ້ອຍກວ່າເສັ້ນຜົມຄົນເຮົາເຖິງ 20 ເທົ່າ). ສາເຫດຕົ້ນຕໍໃນໄລຍະນີ້ແມ່ນເກີດຈາກ:

ການຈູດປ່າ ແລະ ຈູດຂີ້ເຫຍື້ອໃນທີໂລ່ງແຈ້ງ.

ຄວັນໄຟ ຈາກການເຮັດກະສິກຳຕາມລະດູການ.

ການປ່ອຍຄວັນ ຈາກຍານພາຫະນະ ແລະ ໂຮງງານອຸດສາຫະກຳ.

ສະພາບອາກາດ ທີ່ປິດ​ (ບໍ່ມີລົດ) ເຮັດໃຫ້ຝຸ່ນບໍ່ສາມາດລະບາຍອອກໄປໄດ້.

2 . ຜົນຮ້າຍຕໍ່ສຸຂະພາບ

ເນື່ອງຈາກມີຂະໜາດນ້ອຍຫຼາຍ, ມັນສາມາດຜ່ານຂົນດັງເຂົ້າສູ່ ກະແສເລືອດ ແລະ ປອດ ໄດ້ໂດຍກົງ ເຮັດໃຫ້ເກີດ:

ອາການຄັນຕາ, ຄັນດັງ, ຄໍແຫ້ງ ແລະ ໄອ.

ພະຍາດກ່ຽວກັບລະບົບທາງເດີນຫາຍໃຈຊ້ຳເຮື້ອ.

ເພີ່ມຄວາມສ່ຽງເປັນມະເຮັງປອດ ແລະ ພະຍາດຫົວໃຈ.

3 . ກຸ່ມສ່ຽງທີ່ຕ້ອງລະວັງເປັນພິເສດ

ເດັກນ້ອຍ ແລະ ຜູ້ສູງອາຍຸ.

ແມ່ຍິງຖືພາ.

ຜູ້ທີ່ມີພະຍາດປະຈຳຕົວ ເຊັ່ນ: ຫອບຫືດ, ພະຍາດຫົວໃຈ ຫຼື ພະຍາດປອດ.

ວິທີປ້ອງກັນ ແລະ ຫຼຸດຜ່ອນມົນລະພິດ

ໃສ່ຜ້າອັດປາກ-ດັງ: ຄວນໃສ່ຜ້າອັດປາກ-ດັງ​ ຊະນິດ N95 ທຸກຄັ້ງ​ ເມື່ອຕ້ອງອອກໄປນອກອາຄານ.

ຫຼີກເວັ້ນກິດຈະກຳກາງແຈ້ງ: ຫຼຸດຜ່ອນການອອກກຳລັງກາຍ ຫຼື ເຮັດວຽກໜັກຢູ່ກາງແຈ້ງໃນໄລຍະທີ່ຄ່າຝຸ່ນສູງ.

​ປິດປະຕູປ່ອງຢ້ຽມ: ເພື່ອປ້ອງກັນບໍ່ໃຫ້ຝຸ່ນລະອອງເຂົ້າມາໃນເຮືອນ.

ຢຸດການຈູດ: ງົດການຈູດຂີ້ເຫຍື້ອຊະຊາຍ ແລະ ຈູດປ່າ ເພື່ອບໍ່ໃຫ້ເປັນການເພີ່ມປະລິມານຝຸ່ນໃນອາກາດ.

ຕິດຕາມຂ່າວສານ: ກວດເຊັກຄ່າດັດຊະນີຄຸນນະພາບອາກາດ ຢ່າງສະໝໍ່າສະເໝີ​ ກ່ອນອອກຈາກເຮືອນ.

ດ້ວຍຄວາມເປັນຫ່ວງເປັນໄຍໃນສຸຂະພາບຂອງທຸກທ່ານ!

Lao Youth​ Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles