ເປີດການນຳໃຊ້ຂົວນ້ຳລົ້ນ ຂ້າມນ້ຳຄານ ລະຫວ່າງ ບ້ານສວນຫຼວງ ຫາ ບ້ານຫ້ວຍເຢັນ ຢ່າງເປັນທາງການ

ວັນທີ່ 31 ມີນາ 2026 ນີ້ ທີ່ບ້ານສວນຫຼວງເມືອງຊຽງເງີນ ແຂວງຫຼວງພະບາງ ໄດ້ມີພິທີເປີດການນຳໃຊ້ຂົວນ້ຳລົ້ນ ຂ້າມນ້ຳຄານ ລະຫວ່າງ ບ້ານສວນຫຼວງ ຫາ ບ້ານຫ້ວຍເຢັນ ຢ່າງເປັນທາງການ, ມີ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ອາຊາກຸຣະ ຮາຈິເມ ປະທານອົງການ ຄູ່ຮ່ວມພັດທະນາພື້ນຖານໂຄງລ່າງ ແຫ່ງປະເທດຍີ່ປຸ່ນ (International Infrastructure Partners), ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ, ເມືອງ ແລະປະຊາຊົນທັງສອງບ້ານເຂົ້າຮ່ວມ.

ຂົວນ້ຳລົ້ນ ຫຼື ຂົວຈົມ ຂ້າມນ້ຳຄານ ລະຫວ່າງ ບ້ານສວນຫຼວງ ຫາ ບ້ານຫ້ວຍເຢັນ ເມືອງຊຽງເງີນ ເປັນການຊ່ວຍເຫຼືອລ້າຈາກ ອົງການພັດທະນາພື້ນຖານໂຄງລ່າງ (JIP) ແຫ່ງປະເທດຍີ່ປຸ່ນ, ຮັບເໝົາກໍ່ສ້າງໂດຍ ບໍລິສັດໄຊຍາກໍ່ສ້າງ ແລະສ້ອມແປງ ຄົບວົງຈອນຈຳກັດຜູ້ດຽວ ແລະບໍລິສັດລ່ອງງື່ມ ຈຳກັດຜູ້ດຽວ (LG-C) ໂດຍມີບໍລິສັດທີ່ປຶກສາ ແລະຜ່ານການຕິດຕາມກວດກາ ຈາກພາກສ່ວນກ່ຽວຂ້ອງ ເປັນແຕ່ລະໄລຍະ ໃຊ້ເວລາການກໍສ້າງ: 1 ປີ 1 ເດືອນ ໂດຍເລີ້ມລົງມືກໍ່ສ້າງມາແຕ່ຕົ້ນເດືອນມີນາ ປີ 2025 ຫາ ຕົ້ນເດືອນເມສາ ປີ 2026 ມີຂະໜາດ ກວ້າງ 5 ແມັດ ຍາວ 112 ແມັດ, ມູນຄ່າທັງຫມົດ 443,226 ໂດລ່າ.

ທ່ານ ອາຊາກຸຣະ ຮາຈິເມ ໄດ້ມີຄຳເຫັນວ່າ: ອົງການຄູ່ຮ່ວມພັດທະນາພື້ນຖານໂຄງລ່າງ ແຫ່ງປະເທດຍີ່ປຸ່ນ ມີພາລະກິດຫຼັກໃນການກໍ່ສ້າງ ແລະ ສົ່ງເສີມ ການກໍ່ສ້າງຂົວຈົມ ຫຼື ຂົວນ້ຳລົ້ນ ເຊິ່ງເປັນຂົວຂະໜາດນ້ອຍ ມີມູນຄ່າກໍ່ສ້າງບໍ່ສູງ ເພື່ອຊ່ວຍໃຫ້ເສັ້ນທາງທີ່ມັກຖືກນ້ຳຖ້ວມໃນຍາມຝົນ ໂດຍສະເພາະເຂດຊົນນະບົດ ແລະເຂດພູດອຍ ສາມາດຮັບໃຊ້ການຄົມມະນາຄົມເຂົ້າສູ່ຕົວເມືອງໄດ້ສະດວກ ແລະຫຼຸດຜ່ອນເວລາໃນການສັນຈອນ, ເຊີ່ງໄດ້ເລີ້ມຈັດຕັ້ງປະຕິບັດຕົວຈິງແຕ່ປີ 2024 ເປັນຕົ້ນມາ, ໃນໄລຍະທໍາອິດ ສາມາດສ້າງຂົວຂະໜາດນ້ອຍໄດ້ 3 ແຫ່ງ ຢູ່ເມືອງປາກແຊງ, ເມືອງໂພນໄຊ ແລະເມືອງປາກອູ, ສ່ວນຂົວທີ່ໄດ້ສ້າງສຳເລັດນີ້ ແມ່ນໄລຍະທີ 2 ເຫັນວ່າມີຄວາມທ້າທາຍຫລາຍຂຶ້ນ ແຕ່ສາມາດປະສົບຜົນສຳເລັດຕາມແຜນ ເພາະໄດ້ຮັບການຮ່ວມມືຈາກທຸກຝ່າຍ, ແລະຫວັງເປັນຢ່າງຍິ່ງວ່າ ການກໍ່ສ້າງຂົວໃນແຂວງຫຼວງພະບາງ ຈະເປັນປະໂຫຍດ ແກ່ການດຳລົງຊີວິດຂອງພີ່ນ້ອງປະຊາຊົນ ແລະຫວັງວ່າ ໃນອະນາຄົດອັນໃກ້ນີ້ຈະສາມາດຂະຫຍາຍໂຄງການແບບນີ້ໄປທົ່ວປະເທດລາວ.

ທີ່ມາ: ໂທລະພາບແຂວງຫຼວງພະບາງ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles