ອີງຕາມແຈ້ງການສະບັບເລກທີ 479/ຫກ, ລົງວັນທີ 2 ເມສາ 2026 ຂອງຫ້ອງການກົມໃຫຍ່ການເມືອງກອງທັບ, ໄດ້ມີທິດຊີ້ນຳໃຫ້ບັນດາກົມ, ຫ້ອງການ ແລະ ກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ດັ່ງນີ້:
ຈຸດປະສົງ ແລະ ຮູບແບບການຈັດຕັ້ງ:
ເນັ້ນຄວາມປະຢັດມັດທະຍັດ: ເພື່ອປະຕິບັດຕາມທິດທາງລວມຂອງຂັ້ນເທິງ ແລະ ເພື່ອຫຼຸດຜ່ອນລາຍຈ່າຍງົບປະມານຂອງລັດ ກໍຄືຂອງກົມກອງ.
ໃຫ້ເນັ້ນການຈັດກິດຈະກຳສະເຫຼີມສະຫຼອງຢູ່ພາຍໃນສຳນັກງານຫ້ອງການ ຂອງກົມໃຫຍ່ການເມືອງກອງທັບເປັນຫຼັກ
ສຳລັບກົມກອງທີ່ມີສາຍພົວພັນ, ຄູ່ຮ່ວມມື ຫຼື ອົງການແລກປ່ຽນອວຍພອນ ແມ່ນໃຫ້ພິຈາລະນາຈັດຕາມຄວາມເໝາະສົມ ຕາມເງື່ອນໄຂຕົວຈິງຂອງແຕ່ລະກົມກອງ.
ໝາຍເຫດ:
ແຈ້ງການສະບັບນີ້ ແມ່ນອອກມາເພື່ອປ່ຽນແທນໜັງສືແຈ້ງການສະບັບເລກທີ 458/ຫກ.ປກ, ລົງວັນທີ 30 ມີນາ 2026.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງຄະນະພັກ-ຄະນະບັນຊາ ແຕ່ລະພາກສ່ວນເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ອ່ານຕື່ມ: ຕາມແຈ້ງການກ້ອງຄອມເມັ້ນ

