ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ສັງກັດກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ສູນພັດທະນາໂຄງການທຶນຊ່ວຍເຫຼືອຕ່າງປະເທດເພື່ອຟື້ນຟູຊົນນະບົດ ເຂດປົກຄອງຕົນເອງກວາງຊີ ສປ ຈີນ ໄດ້ຈັດພິທີມອບ-ຮັບ ໂຄງການສາທິດຮ່ວມມືດ້ານເຕັກນິກ ແລະ ຫຼຸດຜ່ອນຄວາມທຸກຍາກ ເມື່ອບໍ່ດົນມານີ້.
ພິທີດັ່ງກ່າວ ມີທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ແລະ ທ່ານ ເຈີນ ມຽວຮົງ ຫົວໜ້າສູນພັດທະນາໂຄງການທຶນຕ່າງປະເທດເພື່ອການຟື້ນຟູຊົນນະບົດ ເຂດປົກຄອງຕົນເອງກວາງຊີ ສປ ຈີນ ພ້ອມຄະນະ ເຂົ້າຮ່ວມ.
ໂຄງການນີ້ເປັນທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ແລະ ໄດ້ດຳເນີນງານຕັ້ງແຕ່ເດືອນມິຖຸນາ 2024 ຫາ ເດືອນມິຖຸນາ 2026 ລວມໄລຍະເວລາ 2 ປີ. ຕະຫຼອດໄລຍະການດຳເນີນງານ ໂຄງການບໍ່ພຽງແຕ່ສຸມໃສ່ການພັດທະນາໂຄງສ້າງພື້ນຖານ ແຕ່ຍັງມຸ່ງຍົກລະດັບຄຸນນະພາບຊີວິດ ແລະ ລາຍຮັບຂອງປະຊາຊົນໃນເຂດເປົ້າໝາຍ.
ຜົນສຳເລັດສຳຄັນ ຂອງໂຄງການ ປະກອບມີ:
ດ້ານເສດຖະກິດ: ປະຊາຊົນມີອາຊີບທີ່ໝັ້ນຄົງ ໂດຍລາຍຮັບຈາກການປູກຝັງ ແລະ ການແປຮູບຜະລິດຕະພັນກະສິກຳເພີ່ມຂຶ້ນ 50%, ຂະນະທີ່ລາຍຮັບຂອງຊາວສວນເພີ່ມຂຶ້ນ 46%.
ດ້ານໂຄງສ້າງພື້ນຖານ: ໄດ້ກໍ່ສ້າງເຮືອນຮົ່ມທັນສະໄໝ 3 ຫຼັງ, ປັບປຸງເສັ້ນທາງ, ລະບົບນ້ຳສະອາດ, ສາງເຢັນ ແລະ ຫ້ອງການບ້ານ ຊ່ວຍໃຫ້ການຄົມມະນາຄົມ ແລະ ການຄ້າຂາຍມີຄວາມສະດວກຍິ່ງຂຶ້ນ.
ດ້ານພັດທະນາບຸກຄະລາກອນ: ພະນັກງານ, ຜູ້ນຳຂັ້ນບ້ານ ແລະ ຊາວກະສິກອນ ຫຼາຍກວ່າ 1.304 ເທື່ອຄົນ ໄດ້ຜ່ານການຝຶກອົບຮົມ ເພື່ອເສີມສ້າງທັກສະ ແລະ ຄວາມສາມາດໃນການເພິ່ງຕົນເອງ.
ດ້ານມາດຕະຖານການຜະລິດ: ກຸ່ມປູກຜັກບ້ານທ່າດອກຄຳ ໄດ້ຮັບການຮັບຮອງມາດຕະຖານກະສິກຳທີ່ດີ (GAP) ຈາກກົມປູກຝັງ ແລະ ໄດ້ຮັບໂລໂກ້ກຸ່ມຜະລິດຈາກພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ.
ທີ່ມາ: CMG FM93


