ຈຳປາສັກ ດຶງດູດ FDI ແລະ ການລົງທຶນ 4.441 ຕື້ກີບ ບັນລຸ 58% ຂອງແຜນ

ແຂວງຈຳປາສັກ ສືບຕໍ່ສ້າງຜົນງານດ້ານການດຶງດູດການລົງທຶນຢ່າງໂດດເດັ່ນ ໂດຍໃນໄລຍະ 6 ເດືອນຕົ້ນປີ 2026 ສາມາດດຶງດູດການລົງທຶນທັງພາຍໃນ ແລະ ຈາກຕ່າງປະເທດ (FDI) ມີມູນຄ່າລວມ 4.441 ຕື້ກີບ, ສູງກວ່າແຜນການທີ່ວາງໄວ້ 16% ແລະ ຄິດເປັນ 116% ຂອງແຜນ 6 ເດືອນຕົ້ນປີ.

ທ່ານ ກໍລະກັນ ຄຳມະວົງ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມການລົງທຶນ ແຂວງຈຳປາສັກ ໃຫ້ຮູ້ວ່າ ຜົນການດັ່ງກ່າວ ເມື່ອທຽບກັບແຜນໝົດປີ 2026 ທີ່ກຳນົດໄວ້ 7.650 ຕື້ກີບ ສາມາດບັນລຸໄດ້ແລ້ວ 58%.

ນອກຈາກນັ້ນ ແຂວງຍັງໄດ້ອະນຸມັດແຜນນຳເຂົ້າວັດຖຸດິບ, ອຸປະກອນ, ເຄື່ອງຈັກ ແລະ ພາຫະນະ ເພື່ອຮັບໃຊ້ການຜະລິດໃຫ້ແກ່ 18 ໂຄງການ ມີມູນຄ່າລວມ 76,67 ລ້ານໂດລາສະຫະລັດ. ໃນນັ້ນ ຢູ່ໃນເຂດເສດຖະກິດພິເສດ 10 ໂຄງການ ມູນຄ່າ 42,70 ລ້ານໂດລາ ແລະ ນອກເຂດເສດຖະກິດພິເສດ 8 ໂຄງການ ມູນຄ່າ 33,96 ລ້ານໂດລາ.

ສຳລັບຜົນການອະນຸມັດໂຄງການລົງທຶນ ໃນໄລຍະ 6 ເດືອນຜ່ານມາ ໄດ້ອອກ ແລະ ດັດແກ້ໃບອະນຸຍາດລົງທຶນ 7 ໂຄງການ ມູນຄ່າລວມ 1.476 ຕື້ກີບ. ໃນນັ້ນ ເປັນການລົງທຶນພາຍໃນ 2 ໂຄງການ ມູນຄ່າ 696 ຕື້ກີບ ແລະ ການລົງທຶນຈາກຕ່າງປະເທດ 5 ໂຄງການ ມູນຄ່າ 780 ຕື້ກີບ.

ພ້ອມກັນນັ້ນ ຍັງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) 4 ໂຄງການ ປະກອບດ້ວຍ ການລົງທຶນພາຍໃນ 1 ໂຄງການ ແລະ ການລົງທຶນຕ່າງປະເທດ 3 ໂຄງການ. ພ້ອມນີ້ ຍັງໄດ້ລົງນາມສັນຍາສຳປະທານ (CA) 3 ໂຄງການ ເຊິ່ງເປັນການລົງທຶນຈາກຕ່າງປະເທດທັງໝົດ ມີມູນຄ່າອະນຸມັດລວມ 504 ຕື້ກີບ.

ໃນດ້ານການຄຸ້ມຄອງ ແລະ ຕິດຕາມໂຄງການ ແຂວງໄດ້ສືບຕໍ່ປັບປຸງກົນໄກການຕິດຕາມ ແລະ ຖານຂໍ້ມູນການລົງທຶນ ໂດຍປະສານງານກັບ 5 ພະແນກການຂັ້ນແຂວງ ແລະ 3 ຂະແໜງການທີ່ກ່ຽວຂ້ອງ, ພ້ອມທັງໄດ້ຕິດຕາມ ແລະ ປະເມີນຜົນໂຄງການຕົວຈິງແລ້ວ 29 ໂຄງການ, ເພື່ອຍົກສູງປະສິດທິພາບ ແລະ ສ້າງຄວາມໂປ່ງໃສໃນການບໍລິຫານການລົງທຶນ.

ຜົນສຳເລັດດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນທີ່ມີຕໍ່ສັກຍະພາບຂອງແຂວງຈຳປາສັກ ພ້ອມທັງເປັນປັດໄຈສຳຄັນໃນການຂັບເຄື່ອນການຂະຫຍາຍຕົວທາງເສດຖະກິດ ແລະ ການພັດທະນາຂອງແຂວງໃນໄລຍະຕໍ່ໄປ.

ທີ່ມາ: ຫນັງສືພິມຈໍາປາໃຫມ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles