ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ຄັ້ງວັນທີ 22 ກໍລະກົດ 2026 ກອງປະຊຸມເຜີຍແຜ່ ວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນ ສປປ ລາວ ໄດ້ຖືກຈັດຂື້ນຢ່າງເປັນທາງການ ເພື່ອເສີມສ້າງການຮ່ວມມືລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ເລັ່ງການພັດທະນາໃນວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນທົ່ວປະເທດ. ກອງປະຊຸມດັ່ງກ່າວ, ໄດ້ເຕົ້າໂຮມຕາງໜ້າຈາກບັນດາກະຊວງ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ພາກສ່ວນໄວໜຸ່ມ ແລະ ອົງການຈັດຕັ້ງຂັ້ນທ້ອງຖິ່ນ ເພື່ອເຜີຍແຜ່ບັນດາບູລິມະສິດ ແລະ ກຳນົດທິດທາງທີ່ສາມາດຈັດຕັ້ງປະຕິບັດໄດ້ຈິງເພື່ອການສ້າງອະນາຄົດທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ.
ກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນກອບນະໂຍບາຍທີ່ສຳຄັນໃນວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງ ສປປ ລາວ ເຊັ່ນ ແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (NAP), ແຜນງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງຂະແໜງການ (SAPs), ລາຍງານຄວາມຄືບໜ້າໃນການສ້າງແຜນງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນລະດັບທ້ອງຖິ່ນ (Sub-national Adaptation Roadmap) ແລະ ບັນດາຄວາມພະຍາຍາມອື່ນໆທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ສ້າງພື້ນທີ່ທີ່ສຳຄັນໃນການແລກປ່ຽນບົດຮຽນ, ປຶກສາຫາລືດ້ານນະໂຍບາຍ ແລະ ການມີສ່ວນຮ່ວມຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ໂດຍຜ່ານການນຳສະເໜີບັນດາເຄື່ອງມືດ້ານນະໂຍບາຍທີ່ສຳຄັນ, ເວທີເສວະນາ ແລະ ຈຸດວາງສະແດງເພື່ອເຜີຍແຜ່ບັນດາກິດຈະກຳ ແລະ ນະວັດຕະກຳໃໝ່ຈາກທົ່ວຂະແໜງການທີ່ປະກອບສ່ວນເຂົ້າໃນວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ. ໃນກອງປະຊຸມນີ້, ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງ ບັນດານະໂຍບາຍການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດທີ່ພົ້ນເດັ່ນ, ຊອກຫາແນວທາງເພື່ອເສີມສ້າງການຮ່ວມມື ແລະ ກຳນົດວິທີການຜັນຂະຫຍາຍມາດຕະການການປັບຕົວໃຫ້ມີປະສິດທິຜົນ ເພື່ອໃຫ້ສາມາດລະດົມການລົງທຶນ ແລະ ການສະໜັບສະໜູນເຂົ້າໃນວຽກງານການສ້າງຄວາມທົນທານໃຫ້ຫຼາຍຂຶ້ນ.
ນອກຈາກນີ້, ກອງປະຊຸມຍັງເປັນເວທີສຳຄັນໃນການສະແດງໃຫ້ເຫັນບົດບາດຂອງການເງິນສຳລັບວຽກງານການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການມີສ່ວນຮ່ວມຈາກພາກເອກະຊົນໃນການຜັນຂະຫຍາຍຈາກນະໂຍບາຍ ໄປສູ່ ການຈັດຕັ້ງປະຕິບັດ ແລະ ນຳພາບັນດາໂຄງການລົງທຶນທີ່ສາມາດເຫັນຜົນໄດ້ຈິງ. ທີ່ສຳຄັນ, ກອງປະຊຸມຍັງໄດ້ມີການແລກປ່ຽນບັນດາບົດຮຽນຈາກຕາງໜ້າບັນດາອົງການຈັດຕັ້ງຂັ້ນທ້ອງຖິ່ນ ເພື່ອຊີ້ນຳຍຸດທະສາດການລົງທຶນໃນພື້ນທີ່ທີ່ມີຄວາມບອບບາງ ແລະ ປະຊາຊົນທີ່ໄດ້ຮັບຄວາມສ່ຽງຈາກຜົນກະທົບຕໍ່ການປ່ຽນແປງດິນຟ້າອາກາດທີ່ສຸດ.

ກອງປະຊຸມຄັ້ງນີ້ ແມ່ນການຮ່ວມກັນຈັດຕັ້ງ ລະຫວ່າງ ກົມສິ່ງແວດລ້ອມ ພາຍໃຕ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສະຖາບັນການເຕີບໂຕສີຂຽວສາກົນ (GGGI) ແລະ ອົງການ UN-Habitat, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງການຮ່ວມມືເພື່ອຊຸກຍູ້ການພັດທະນາວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງ ສປປ ລາວ ໃຫ້ມີຄວາມກ້າວໜ້າ. ກອງປະຊຸມເຜີຍແຜ່ ວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນ ສປປ ລາວ ຄັ້ງນີ້ຖືເປັນບາດກ້າວອັນສຳຄັນໃນການຫັນຈາກນະໂຍບາຍ ໄປສູ່ ຈັດຕັ້ງປະຕິບັດຕົວຈິງຮ່ວມກັນເພື່ອເສີມສ້າງຄວາມທົນທານໃຫ້ແກ່ຊຸມຊົນ, ລະບົບນິເວດ ແລະ ເສດຖະກິດຂອງພວກເຮົາ.
ຄໍາເວົ້າຂອງທ່ານ ປອ. ນ. ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງເເວດລ້ອມ “ເພື່ອຜັນຂະຫຍາຍ ຍຸດທະສາດ ແລະ ແຜນງານຂອງພວກເຮົາ ໃຫ້ ກາຍເປັນການຈັດຕັ້ງປະຕິບັດຕົວຈິງ, ກອງປະຊຸມຄັ້ງນີ້ ຈະເປັນເວທີສໍາຄັນ ສໍາລັບ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການແລກປ່ຽນຄວາມຮູ້, ກຳນົດ ໂອກາດ ແລະ ເສີມສ້າງການຮ່ວມມື ຂອງຫຼາຍພາກສ່ວນທີ່ຈໍາເປັນ ສໍາລັບ ການຈັດຕັ້ງປະຕິບັດວຽກງານ ການປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ ໃນ ສປປ ລາວ.”

ຄໍາເວົ້າຂອງທ່ານ ນາງ ດັກມາ ສະເວເບີ, ຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນ (GGGI) ປະຈໍາ ສປປ ລາວ “ການປ່ຽນແປງດິນຟ້າອາກາດ ເປັນສິ່ງ ທ້າທາຍທີ່ມີຄວາມຊັບຊ້ອນ, ບໍ່ສາມາດ ແກ້ໄຂໄດ້ພຽງອົງກອນດຽວ ແລະ ຄວາມ ກ້າວໜ້າທີ່ແທ້ຈິງຈະເກີດຂຶ້ນເມື່ອແຜນງານຖືກຫັນໄປສູ່ການລົງມືປະຕິບັດ. ດ້ວຍການຮ່ວມມືທີ່ເຂັ້ມແຂງ ແລະ ການລົງທຶນ ທີ່ມີເປົ້າໝາຍ, ພວກເຮົາຈະສາມາດ ສະໜອງວິທີການແກ້ໄຂທີ່ນໍາໃຊ້ໄດ້ຈິງເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດໃນການຟື້ນໂຕ ທົ່ວ ສປປ ລາວ”
ຄໍາເວົ້າຂອງທ່ານ ປອ. ອາວີ ຊາກາ, ຫົວໜ້າອົງການສະຫະປະຊາຊາດດ້ານເຄຫາສະຖານ ປະຈໍາ ສປປ ລາວ ແລະ ທີ່ປຶກສາລະດັບພາກພື້ນອາຊີຕາເວັນອອກສຽງໃຕ້
ໃນທຸກໆປີ, ຜົນກະທົບຈາກການປ່ຽນແປງດິນ ຟ້າອາກາດແມ່ນເຫັນໄດ້ຊັດເຈນຂຶ້ນ, ເກີດຂຶ້ນ ແລະ ມີຄ່າໃຊ້ຈ່າຍສູງຂຶ້ນ. ການປັບຕົວຕໍ່ ກັບການປ່ຽນແປງດິນຟ້າອາກາດ ບໍ່ແມ່ນ ເລື່ອງທີ່ພວກເຮົາເວົ້າກັນຄັ້ງດຽວ ແລ້ວຜ່ານ ໄປ. ສິ່ງທ້າທາຍທີ່ພວກເຮົາປະເຊີນຢູ່ນັ້ນບໍ່ ພຽງແຕ່ເປັນການລະບຸຄວາມສ່ຽງດ້ານດິນຟ້າ ອາກາດອີກຕໍ່ໄປ; ແຕ່ແມ່ນການຕັດສິນໃຈ ຮ່ວມກັນວ່າ ພວກເຮົາຈະຫັນເອົາບູລິມະສິດ ເຫຼົ່ານັ້ນ ມາເປັນການລົງມືປະຕິບັດຕົວຈິງ, ການລົງທຶນ ແລະ ຜົນກະທົບທີ່ຍືນຍົງ ໄດ້ແນວໃດ.


