ການຄ້າມະນຸດ ຍັງຄົງເປັນອາຊະຍາກຳຂ້າມຊາດທີ່ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສິດທິມະນຸດ, ຄວາມປອດໄພ ແລະ ການພັດທະນາສັງຄົມ. ລັດຖະບານ ສປປ ລາວ ໄດ້ວາງນິຕິກຳ ແລະ ກົນໄກການປະຕິບັດຫຼາຍດ້ານ ເພື່ອປ້ອງກັນ, ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຄວບຄູ່ກັບການຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ເສຍຫາຍ.
ອີງຕາມ ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ສະບັບເລກທີ 73/ສພຊ ລົງວັນທີ 17 ທັນວາ 2017, ມາດຕາ 2 ໄດ້ກຳນົດວ່າ ການຄ້າມະນຸດ ໝາຍເຖິງ ການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ, ການຮັບເອົາ ຫຼື ການໃຫ້ທີ່ພັກເຊົາແກ່ບຸກຄົນ ໂດຍນຳໃຊ້ການຫຼອກລວງ, ການບັງຄັບ, ການຂົ່ມຂູ່, ການສວຍໃຊ້ອຳນາດ ຫຼື ວິທີການອື່ນໆ ເພື່ອຂູດຮີດແຮງງານ, ຂູດຮີດທາງເພດ, ບັງຄັບຄ້າໂສເພນີ, ນຳອະໄວຍະວະໄປຂາຍ ຫຼື ກະທຳການອື່ນໃດທີ່ຂັດຕໍ່ກົດໝາຍ ເພື່ອຫາຜົນປະໂຫຍດ.
ປັດຈຸບັນ ສປປ ລາວ ຍັງຖືກຈັດເປັນໜຶ່ງໃນປະເທດຕົ້ນທາງຂອງການຄ້າມະນຸດ ໂດຍມີຫຼາຍປັດໄຈເປັນສາເຫດ ເຊັ່ນ ຄວາມທຸກຍາກ, ຂໍ້ຈຳກັດດ້ານການສຶກສາ, ການຂາດທັກສະວິຊາຊີບ, ໂອກາດໃນການຈ້າງງານ ແລະ ຄວາມແຕກຕ່າງດ້ານການພັດທະນາໃນອະນຸພາກພື້ນ. ຂະນະດຽວກັນ ການຂະຫຍາຍຕົວຢ່າງວ່ອງໄວຂອງເຕັກໂນໂລຊີ ແລະ ລະບົບການສື່ສານ ກໍເປັນອີກປັດໄຈໜຶ່ງທີ່ຖືກຂະບວນການອາຊະຍາກຳນຳໄປໃຊ້ເປັນເຄື່ອງມືໃນການຫຼອກລວງຜູ້ເສຍຫາຍ.
ປັດໄຈດັ່ງກ່າວ ໄດ້ກາຍເປັນແຮງຜັກດັນໃຫ້ປະຊາຊົນຈຳນວນໜຶ່ງ ອົບພະຍົບຈາກຊົນນະບົດເຂົ້າສູ່ຕົວເມືອງ ຫຼື ເດີນທາງໄປຕ່າງປະເທດ ເພື່ອສະແຫວງຫາລາຍຮັບ ແລະ ຊີວິດຄວາມເປັນຢູ່ທີ່ດີກວ່າ ແຕ່ອາດຕົກເປັນເປົ້າໝາຍຂອງຂະບວນການຄ້າມະນຸດ ຜ່ານການຫຼອກລວງໃນຫຼາຍຮູບແບບ.
ຮູບແບບການຄ້າມະນຸດທີ່ພົບເຫັນເລື້ອຍໆ ປະກອບມີ ການຂູດຮີດທາງເພດ ແລະ ການຂູດຮີດແຮງງານ ໂດຍອາໄສການຕົວະຍົວະຫຼອກລວງໃຫ້ໄປທ່ອງທ່ຽວ, ໄປເຮັດວຽກ, ຄ້າຂາຍ ຫຼື ແຕ່ງງານກັບຊາວຕ່າງປະເທດ ໂດຍບໍ່ຜ່ານຂັ້ນຕອນ ຫຼື ອົງການທີ່ກ່ຽວຂ້ອງຕາມກົດໝາຍ.
ໃນລະດັບສາກົນ ອົງການສະຫະປະຊາຊາດ ໄດ້ຮັບຮອງແຜນປະຕິບັດງານສາກົນວ່າດ້ວຍການຕ້ານການຄ້າມະນຸດ ໃນປີ 2010. ຕໍ່ມາ ໃນວັນທີ 18 ທັນວາ 2013 ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 68 ໄດ້ຮັບຮອງໃຫ້ກຳນົດ ວັນທີ 30 ກໍລະກົດ ຂອງທຸກປີ ເປັນ “ວັນສາກົນຕ້ານການຄ້າມະນຸດ” ເພື່ອລະດົມຄວາມຮ່ວມມືຈາກທຸກປະເທດ ໃນການປ້ອງກັນ, ສະກັດກັ້ນ, ປາບປາມ ແລະ ຄຸ້ມຄອງຜູ້ເສຍຫາຍຈາກການຄ້າມະນຸດ.
ທັງນີ້ ຫາກປະຊາຊົນພົບເຫັນ ຫຼື ສົງໄສວ່າມີພຶດຕິກຳທີ່ເຂົ້າຂ່າຍການຄ້າມະນຸດ ສາມາດແຈ້ງຂໍ້ມູນໄດ້ທີ່ ສາຍດ່ວນ 1300 ຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເພື່ອໃຫ້ເຈົ້າໜ້າທີ່ເຂົ້າດຳເນີນການຕາມກົດໝາຍຢ່າງທັນການ.
Lao Youth Radio


