ລາວ – ການາດາ ພົບປະສອງຝ່າຍ ເພື່ອເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື

​ນະຄອນຫຼວງມານິລາ, ສາທາລະນະລັດ ຟີລິບປິນ – ໃນວັນທີ 22 ກໍລະກົດ 2026​ ນີ້, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ​ ​ ໄດ້ເຂົ້າຮ່ວມພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ​ ການພົບປະດັ່ງກ່າວຈັດຂຶ້ນ ໃນໂອກາດເຂົ້າຮ່ວມກອງປະຊຸມປິ່ນອ້ອມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59, ເຊິ່ງ ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານ ໃຫ້ແກ່ ອາຊຽນ-ການາດາ (ໄລຍະປີ 2024-2027).

​ ການພົບປະໄດ້ດຳເນີນໄປໃນບັນຍາກາດອັນອົບອຸ່ນ, ເຕັມໄປດ້ວຍໄມຕີຈິດ ແລະ ມິດຕະພາບ.

ທັງສອງຝ່າຍໄດ້ຕີລາຄາສູງຕໍ່ມິດຕະພາບ ແລະ ການຮ່ວມມືອັນຍາວນານ (15 ມິຖຸນາ 1974 – 2026) ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ຈົນປະກົດຜົນເປັນຮູບປະທຳ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

ຮ່ວມກັນກຳນົດທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຍົກລະດັບສາຍພົວພັນໃຫ້ແໜ້ນແຟ້ນ, ໂດຍສະເພາະການຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ຂະຫຍາຍຕົວສອດຄ່ອງກັບຄວາມກ້າວໜ້າດ້ານການເມືອງ.

ເຫັນດີເປັນເອກະພາບໃນການຊຸກຍູ້ໃຫ້ມີການຈັດ ກອງປະຊຸມປຶກສາຫາລືດ້ານການເມືອງ ລະດັບຫົວໜ້າກົມ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ການາດາ ຄັ້ງທີ 5 ໃນໄວໆນີ້.

ໃນຕອນທ້າຍ, ລັດຖະມົນຕີທັງສອງທ່ານ ຍັງໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດເຫັນຢ່າງກົງໄປກົງມາ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.

​ທີ່ມາ: ກະຊວງການຕ່າງປະເທດ

Lao Youth​ Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles