ຖືວ່າເປັນບາດກ້າວສຳຄັນຂອງມວນມະນຸດຊາດ! ເມື່ອອົງການ NASA ໄດ້ປ່ອຍຍານອະວະກາດໃນພາລະກິດ “Artemis II” ອອກເດີນທາງຈາກໂລກຢ່າງເປັນທາງການ ໃນເຊົ້າມືດຂອງວັນພະຫັດ ວັນທີ 2 ເມສາ 2026 ນີ້ ເພື່ອນຳພານັກບິນອະວະກາດທັງ 4 ທ່ານ ເດີນທາງໄປໂຄຈອນຮອບດວງເດືອນ ເຊິ່ງຖືເປັນຄັ້ງທຳອິດໃນຮອບກວ່າເຄິ່ງສະຕະວັດ.
ໄລຍະເວລາ: ການເດີນທາງຄັ້ງນີ້ຈະໃຊ້ເວລາທັງໝົດ 10 ວັນ.
ເປົ້າໝາຍ: ໃນພາລະກິດນີ້ ຈະຍັງບໍ່ມີການລົງຈອດ ເທິງພື້ນຜິວດວງເດືອນ, ແຕ່ເປັນການທົດສອບສະມັດຖະພາບ ແລະ ມາດຕະຖານຄວາມປອດໄພຂອງຍານ “Orion” ຢ່າງລະອຽດ.
ຈຸດປະສົງ: ເພື່ອເປັນການກຽມຄວາມພ້ອມຂັ້ນສູງສຸດ ກ່ອນທີ່ຈະເລີ່ມພາລະກິດ “Artemis III” ເຊິ່ງຈະເປັນການນຳພາມະນຸດກັບໄປຢຽບພື້ນຜິວດວງເດືອນອີກຄັ້ງ.
ອະນາຄົດຂອງການສຳຫຼວດອະວະກາດ:
ຫາກພາລະກິດ Artemis II ປະສົບຜົນສຳເລັດຕາມແຜນການ, ຄາດວ່າພາລະກິດ Artemis III ຈະເກີດຂຶ້ນພາຍໃນປີ 2027. ທັງນີ້, NASA ມີເປົ້າໝາຍສຳຄັນໃນການສ້າງຖານທີ່ໝັ້ນຖາວອນເທິງດວງເດືອນໃຫ້ສຳເລັດ. ເຊິ່ງປະເທດຈີນ ກໍ່ມີແຜນຈະສົ່ງນັກບິນອະວະກາດໄປໃນປີ 2030 ເຊັ່ນກັນ.
ທີ່ມາ: NASA
Lao Youth Radio FM90MHz

