ນະຄອນໄກສອນ ຈັດພິທີແຫ່ພຣະພຸດທະຮູບສັກສິດ 3 ອົງ ເພື່ອເປັນສິລິມົງຄຸນແກ່ປວງຊົນ

​ໃນວັນທີ 28 ມີນາ 2026​ ທີ່ຜ່ານມາ, ນະຄອນໄກສອນ ພົມວິຫານ ໄດ້ຈັດພິທີແຫ່ຂະບວນອັນສັກສິດ ອັນເຊີນພຣະພຸດທະຮູບເກົ່າແກ່ທີ່ມີອາຍຸຍືນຍາວ ກວ່າ 500 ປີ ຈຳນວນ 3 ອົງ ທີ່ສະຖິດຄູ່ບ້ານຄູ່ເມືອງ ເພື່ອໃຫ້ພຸດທະສາສະນິກະຊົນໄດ້ກາບໄຫວ້ສັກກາລະບູຊາ.

ພຣະພຸດທະຮູບສັກສິດ 3 ອົງ ປະກອບມີ:

ພຣະເຈົ້າອົງແສນ

ພຣະເຈົ້າອົງຍອດແກ້ວ

ພຣະເຈົ້າອົງສີສຳເລັດ

ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ວາລີຍະ ສີຈັນທອງທິບ ເລຂາພັກນະຄອນໄກສອນ ພົມວິຫານ ພ້ອມດ້ວຍຄະນະນຳແຂວງ-ນະຄອນ. ທາງຝ່າຍສົງ ນຳໂດຍ ພຣະອາຈານໃຫຍ່ ປານ ສຸພັນໂທ ປະທານ ອພສ ແຂວງ ແລະ ຄະນະພຣະເຖຣານຸເຖຣະ ພ້ອມດ້ວຍມວນຊົນ ແລະ ນັກທ່ອງທ່ຽວເຂົ້າຮ່ວມຢ່າງຄຶກຄັກ.

ຖືເປັນຄັ້ງທຳອິດທີ່ໄດ້ມີການຈັດຂະບວນແຫ່ອ້ອມຮອບເທສະບານນະຄອນຢ່າງຍິ່ງໃຫຍ່ ໂດຍມີໄລຍະທາງກວ່າ 5 ກິໂລແມັດ ແລະ ປະກອບມີເຖິງ 24 ຂະບວນ ເຊັ່ນ:

ຂະບວນລົດແຫ່ພຣະພຸດທະຮູບທັງ 3 ອົງ.

ຂະບວນແຫ່ພຣະໄຕປິດົກ ແລະ ໜັງສືໃບລານ.

ຂະບວນແຫ່ພຣະສົງ-ສາມະເນນ, ເຖົ້າແກ່ແນວໂຮມ ແລະ ຂະບວນຟ້ອນສິລະປະຈາກ 6 ກຸ່ມບ້ານ.

ຂະບວນກອງຕຸ້ມກອງຫາງ ທີ່ສ້າງບັນຍາກາດຟົດຟື້ນຕະຫຼອດສອງຟາກທາງ.

ຂະບວນເລີ່ມເຄື່ອນອອກຈາກ ວັດຈອມແກ້ວ ໃນເວລາ 15:30 ໂມງ ຜ່ານເສັ້ນທາງສາຍຫຼັກຂອງນະຄອນ (ກຸວໍຣະວົງ, ມາຄະສະຫວັນ, ຣາດຊະວົງເສິກ, ມາຄະເວຫາ) ມຸ່ງໜ້າສູ່ວົງວຽນຕິບເຂົ້າໃຫຍ່ ແລະ ສິ້ນສຸດການອັນເຊີນໄປປະດິດສະຖານຊົ່ວຄາວທີ່ ວັດສຸນັນທາຣາມ.

ການຈັດງານໃນຄັ້ງນີ້ ບໍ່ພຽງແຕ່ເປັນການສືບສານວັດທະນະທຳອັນດີງາມ, ແຕ່ຍັງສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ຄວາມເຫຼື້ອມໃສສັດທາອັນແຮງກ້າຂອງປະຊາຊົນລາວ ທີ່ມີຕໍ່ສິ່ງສັກສິດຄູ່ບ້ານຄູ່ເມືອງໃຫ້ຄົງຢູ່ຕະຫຼອດໄປ.

​ທີ່ມາ: Art and Culture of Laos

Lao Youth​ Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles