ຊີ້ແຈງ ເຫດໄຟໄໝ້ລົດບັນທຸກນ້ຳມັນ ຢູ່ປ້ຳແສງສະຫວ່າງ ເຂດດົງຈອງ ນະຄອນຫຼວງວຽງຈັນ

ຈາກກໍລະນີໄຟໄໝ້ລົດບັນທຸກນໍ້າມັນໃນຕອນເຊົ້າຂອງວັນທີ 05 ມັງກອນ 2026 ເວລາ 10:04 ໂມງ ທີ່ປໍ້ານໍ້າມັນ ແສງ ສະຫວ່າງ ເຂດດົງຈອງ ເຊິ່ງເປັນປ້ຳຕົວແບບ ຂອງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ​ ຜ່ານການເກັບກຳຂໍ້ມູນ ຈາກສະຖານທີ່ຕົວຈິງ ສາມາດສັງລວມເຫດການທີ່ເກີດຂຶ້ນໄດ້ດັ່ງນີ້:

ໃນເວລາ 09:45 ໂມງ ລົດບັນທຸກນໍ້າມັນ ຈໍານວນ 20,000 ລິດ ໄດ້ຂົນນ້ຳມັນມາສົ່ງໃຫ້ແກ່ປໍ້ານໍ້າມັນແສງສະຫວ່າງ, ຊຶ່ງໃນນີ້ມີນໍ້າມັນກາຊວນ 12,000 ລິດ ແລະ ນໍ້າມັນແອັດຊັງ 8,000 ລິດ, ເມື່ອມາຮອດສະຖານທີ່ ລົດກໍ່ໄດ້ຈອດໃນຈຸດທີ່ ຈະລົງນໍ້າມັນ ແລະ ໄດ້ຮັບການກວດກາຄວາມຮຽບຮ້ອຍຈາກຜູ້ຈັດການປໍ້າ, ພະນັກງານຂັບລົດ ໄດ້ມອດຈັກລົດ, ໜີບສາຍຄາຍບັນຈຸໄຟຟ້າ ແລະ ປະກອບທໍ່ ເພື່ອລົງນໍ້າມັນ ຕາມລະບຽບການ ຫຼັງຈາກນັ້ນ ກໍ່ໄດ້ເລີ່ມລົງນໍ້າມັນ ໂດຍໄດ້ລົງສອງຫ້ອງພ້ອມກັນ ຄື: ຫ້ອງທີ 1 ເປັນນໍ້າມັນແອັດຊັງ ຈໍານວນ 4,000 ລິດ ແລະ ຫ້ອງທີ 3 ກາຊວນ ຈໍານວນ 4,000 ລິດ.

ຫຼັງຈາກລົງນໍ້າມັນຫ້ອງທີ 1 ໝົດ ກໍ່ໄດ້ຍ້າຍສາຍ (ປ່ຽນ) ໄປໃສ່ຫ້ອງທີ 2 ຂອງນໍ້າມັນແອັດຊັງ ໃນຂະນະນັ້ນ ເວລາ 10:04 ໂມງ ໃນເວລາທີ່ພະນັກງານຂັບລົດກໍາລັງຕໍ່ສາຍທໍ່ນໍ້າມັນເຂົ້າຫົວວາວປ່ອຍນໍ້າມັນ ໄດ້ເຮັດໃຫ້ມີປະກາຍໄຟເກີດຂຶ້ນ ຢ່າງໄວວາ ພະນັກງານຂັບລົດ ຈຶ່ງນໍາໃຊ້ບັ້ງມອດໄຟທີ່ມີໃນລົດ ສີດໃສ່ເພື່ອດັບໄຟ, ພ້ອມກັນນັ້ນ ພະນັກງານປໍ້າ ແລະ ຜູ້ຈັດການປ້ຳ ກໍ່ໄດ້ພ້ອມກັນໃຊ້ບັ້ງມອດໄຟທີ່ມີໃນປ້ຳ ສີດເພື່ອດັບໄຟຊ່ວຍກັນ ເປັນຈໍານວນຫຼາຍບັ້ງ ແຕ່ບໍ່ສາມາດດັບໄຟ ເຊິ່ງໄຟໄດ້ສືບຕໍ່ລຸກໄໝ້ລາມໄປຍັງສ່ວນຫົວຂອງລົດ, ເມື່ອສະຖານະການບໍ່ສາມາດຄວບຄຸມໄດ້ ຜູ້ຈັດການປໍ້າຈຶ່ງຮິບແຈ້ງໄປຍັງເຈົ້າຫນ້າທີ່ມອດໄຟໃນເຂດໃກ້ຄຽງເພື່ອຂໍຄວາມຊ່ວຍເຫລືອ, ໃນ 10 ນາທີໄຟໄດ້ສືບຕໍ່ໄໝ້ ສ່ວນຫົວລົດ ຈົນເສຍຫາຍເກືອບໝົດ, ໃນເວລາ​ 10:25 ໂມງ ລົດດັບເພິງຈຶ່ງໄດ້ມາຮອດສະຖານທີ່ ໂດຍແມ່ນລົດຂອງກູ້ໄພ 1628, ແລະ​ ລົດດັບເພິງຈາກກົມມອດໄຟນະຄອນຫຼວງ, ລົດດັບເພິງຈາກຕໍາຫຼວດສະກັດກັ້ນຕ້ານອັກຄີໄພນະຄອນຫຼວງ, ລົດດັບເພິງຕໍາຫຼວດ ເມືອງໄຊເສດຖາ ເຊິ່ງໃຊ້ລົດດັບເພິງທັງໝົດ 6 ຄັນ ຈຶ່ງສາມາດຄວບຄຸມໄຟໄວ້ໄດ້ ໃນເວລາ 10:35 ໂມງ.

ພາຍຫຼັງທີ່ສາມາດຄວບຄຸມສະຖານະການໃຫ້ຢູ່ໃນສະພາບປົກກະຕິ ພະແນກເຕັກນິກ ແລະ ພະແນກຄຸ້ມຄອງຄວາມປອດໄພ ແລະ ສ້ອມແປງ ຈຶ່ງໄດ້ເຂົ້າສໍາຫຼວດຜົນເສຍຫາຍ ພົບວ່າ: ລົດບັນທຸກນໍ້າມັນແມ່ນຖືກໄຟໄໝ້ ສະເພາະສ່ວນຫົວຂອງລົດທັງໝົດ, ສ່ວນນໍ້າມັນທີ່ເຫຼືອໃນຖັງລົດ ປະມານ 12,000 ລິດ ແມ່ນບໍ່ມີການເສຍຫາຍ ແລະ ບໍ່ມີການ ຮົ່ວໄຫຼອອກຈາກລົດບັນທຸກ, ສະຖານທີ່ອາຄານເຮືອນປ້ຳກໍ່ບໍ່ໄດ້ມີການເສຍຫາຍ, ຖັງນໍ້າມັນໃຕ້ດີນຂອງປ້ຳກໍ່ບໍ່ໄດ້ຮັບຜົນກະທົບ​ແຕ່ຢ່າງໃດ,​ ພະນັກງານຂັບລົດ​ໄດ້ຮັບບາດເຈັບພຽງເລັກໜ້ອຍ ແລະ ບໍ່ມີໃຜໄດ້ຮັບບາດເຈັບຮ້າຍແຮງ.

ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນ ໄດ້ສ້າງຄວາມຕົກໃຈໃຫ້ແກ່ພໍ່ແມ່ປະຊາຊົນໃນເຂດໃກ້ຄຽງ ແລະຜູ້ທີ່ໄດ້ຮັບຂ່າວ​ ຈາກສື່ສັງຄົມອອນລາຍຕ່າງໆ.

ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ຂໍສະແດງຄວາມເສຍໃຈຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ຂໍຢັ້ງຢືນວ່າປໍ້ານໍ້າມັນແສງສະຫວ່າງ​ ຍັງສາມາດໃຫ້ບໍລິການແກ່ສັງຄົມໄດ້ຕາມປົກກະຕິ ບໍ່ມີຜົນກະທົບຕໍ່ກັບການບໍລິການແກ່ສັງຄົມ ແລະ ໄດ້ມາດຕະຖານຕາມລະບຽບການກຳນົດທຸກປະການ.

ສໍາລັບຕົ້ນປາຍສາເຫດຂອງເຫດການດັ່ງກ່າວ ຊຶ່ງຢູ່ໃນການພິສູດຫຼັກຖານຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ​ ຈະແຈ້ງຜົນພິສູດໃຫ້ແກ່ ສັງຄົມ ໄດ້ຮັບຊາບຕາມພາຍຫຼັງ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles