20 C
Vientiane
Saturday, January 17, 2026

ນັກວິໄຈເຜີຍວ່າ ການນິນທາເປັນການສ້າງມິດຕະພາບ ເປັນຕົວຊ່ວຍສັງຄົມແຂງແຮງ ອາຍຸຍືນຂຶ້ນ

ງານວິໄຈທາງດ້ານມະນຸດວິທະຍາໂດຍ ສາສະດາຈານ Robin Dunbar ຈາກມະຫາວິທະຍາໄລ Oxford ສະແດງໃຫ້ເຫັນວ່າ ພຶດຕິກຳ “ການນິນທາ” ແມ່ນສ່ວນໜຶ່ງຂອງການສື່ສານທີ່ສຳຄັນໃນສັງຄົມມະນຸດ. ມັນບໍ່ແມ່ນພຽງແຕ່ການເວົ້າເລື່ອງຜູ້ອື່ນໃນທາງລົບເທົ່ານັ້ນ ແຕ່ເປັນເຄື່ອງມືທີ່ມະນຸດໃຊ້ໃນການເຊື່ອມຄວາມສຳພັນ ແລະ ຮັກສາເຄືອຂ່າຍສັງຄົມທີ່ມີຄຸນນະພາບ.

Dunbar ຊີ້ໃຫ້ເຫັນວ່າ ການເລົ່າເລື່ອງ ແລະ ການເວົ້າເຖິງຄົນອື່ນ ເຊິ່ງສ່ວນໃຫຍ່ຖືກເອີ້ນວ່າ “ການນິນທາ” ແມ່ນສ່ວນໜຶ່ງຂອງການສື່ສານທາງສັງຄົມທີ່ມະນຸດໃຊ້ເພື່ອແບ່ງປັນຂໍ້ມູນວ່າ ໃຜແດ່ທີ່ຄວນໄວ້ວາງໃຈ ແລະ ໃຜແດ່ທີ່ອາດເປັນອັນຕະລາຍຕໍ່ກຸ່ມ. ເຊິ່ງເລື່ອງນີ້ມີຮາກຖານມາຈາກພຶດຕິກຳ ການເລຍຂົນ ທີ່ສັດໃນຕະກູນລີງໃຊ້ເພື່ອສ້າງຄວາມສຳພັນຕໍ່ກັນ.

ການມີເຄືອຂ່າຍສັງຄົມທີ່ເຂັ້ມແຂງເຊັ່ນ: ເພື່ອນຝູງ, ຄົນຮັກ, ຍາດຕິພີ່ນ້ອງ ແລະ ຄົນຮູ້ຈັກ ສົ່ງຜົນໂດຍກົງຕໍ່ສຸຂະພາບຈິດ ແລະ ຮ່າງກາຍ. ການຕິດຕໍ່ສື່ສານເປັນປະຈຳຈະຊ່ວຍຫຼຸດຜ່ອນຄວາມຄຽດ ເພີ່ມການສະໜັບສະໜູນທາງດ້ານອາລົມ ແລະ ສົ່ງຜົນໃຫ້ມີອາຍຸຍືນຍາວຫຼາຍຂຶ້ນ. ຜູ້ທີ່ມີເຄືອຂ່າຍສັງຄົມກວ້າງຂວາງ ແລະ ໝັ້ນຄົງ ມັກຈະມີໂອກາດມີສຸຂະພາບດີ ແລະ ອາຍຸຍືນກວ່າຜູ້ທີ່ມີເຄືອຂ່າຍຈຳກັດ.

ເຖິງວ່າຄຳວ່າ “ນິນທາ” ມັກຈະຖືກເບິ່ງໃນແງ່ລົບ ແຕ່ການສຶກສາພົບວ່າ ຫຼາຍກວ່າ 2 ໃນ 3 ຂອງບົດສົນທະນາໃນຊີວິດປະຈຳວັນ ທີ່ພວກເຮົາໃຊ້ເວລາມື້ລະຫຼາຍຊົ່ວໂມງນັ້ນ ມັກຈະເປັນເລື່ອງກ່ຽວກັບຄົນອື່ນ. ເຊິ່ງມັນບໍ່ໄດ້ໝາຍເຖິງເລື່ອງທີ່ບໍ່ດີສະເໝີໄປ ແຕ່ເປັນວິທີທີ່ມະນຸດໃຊ້ສື່ສານ ແລະ ກວດສອບສະພາບສັງຄົມອ້ອມຂ້າງ ເພື່ອຊ່ວຍໃຫ້ພວກເຮົາສ້າງຄວາມສຳພັນທີ່ແໜ້ນແຟ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ.

ຂໍ້ຄວນລະວັງ

ຢ່າງໃດກໍຕາມ ມີງານວິໄຈເຕືອນວ່າ ການນິນທາໃນທາງລົບ ຫຼື ການລະເມີດຄວາມເຊື່ອໃຈ ອາດສົ່ງຜົນຮ້າຍຕາມມາໄດ້ ເພາະມັນຈະເຮັດໃຫ້ຜູ້ເວົ້າຖືກເບິ່ງວ່າບໍ່ໜ້າເຊື່ອຖື ແລະ ອາດຖືກຕັດຂາດຈາກເຄືອຂ່າຍສັງຄົມ ເຊິ່ງກົງກັນຂ້າມກັບສິ່ງທີ່ຈະເຮັດໃຫ້ມີສຸຂະພາບດີ ແລະ ອາຍຸຍືນ.

ທີ່ມາ: The New York Times

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles