ຈັດລະບຽບລົດບັນທຸກຄັ້ງໃຫຍ່ໃນນະູອນຫຼວງວຽງຈັນ ຫ້າມເຮັດທາງເປື້ອນ ແລະ ຈຳກັດຄວາມໄວ

ຂ່າວດ່ວນ! ຈັດລະບຽບ “ລົດບັນທຸກ” ຄັ້ງໃຫຍ່ ໃນນະຄອນຫຼວງວຽງຈັນ: ຫ້າມເຮັດທາງເປື້ອນ, ຈຳກັດຄວາມໄວ ແລະ ຕ້ອງແລ່ນເລນຊ້າຍສຸດ!

ໝົດຍຸກລົດບັນທຸກແລ່ນໄວ, ເຮັດດິນຕົກເຮ່ຍໃສ່ທາງ ຈົນຝຸ່ນໄງ່ກຸ້ບ! ໃຜທີ່ໃຊ້ລົດໃຊ້ຖະໜົນໃນນະຄອນຫຼວງວຽງຈັນ ຕ້ອງອ່ານ. ພະແນກ ຍທຂ ນະຄອນຫຼວງ ອອກແຈ້ງການຄຸມເຂັ້ມ ຫວັງຄືນຄວາມສະອາດ ແລະ ຄວາມປອດໄພໃຫ້ທ້ອງຖະໜົນ. ໃຜຝ່າຝືນ ມີໂທດໜັກ!

ວັນທີ 05 ມັງກອນ 2026, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລກທີ 015/ຍທຂ.ນວ ກ່ຽວກັບການນຳໃຊ້ລົດບັນທຸກທຸກປະເພດ (ດິນ, ຊາຍ, ແຮ່, ປູນ) ໂດຍມີກົດເຫຼັກທີ່ຕ້ອງປະຕິບັດດັ່ງນີ້:

ສິ່ງທີ່ “ຕ້ອງ” ເຮັດ:

– ຈຳກັດຄວາມໄວ: ໃນເຂດຕົວເມືອງ ຫ້າມເກີນ 30 ກິໂລແມັດ/ຊົ່ວໂມງ! (ເຂດນອກເມືອງ ລົດໜັກຫ້າມເກີນ 70).

– ຜ່ານເຂດບ້ານ: ຫ້າມເກີນ 50 ກິໂລແມັດ/ຊົ່ວໂມງ.

– ຕ້ອງປົກປິດ: ລົດຂົນດິນ/ຊາຍ ຕ້ອງມີຜ້າບັດປົກໃຫ້ແໜ້ນໜາ, ບໍ່ໃຫ້ມີການຕົກເຮ່ຍ.

– ແລ່ນຊ້າຍສຸດ: ລົດບັນທຸກຕ້ອງໃຊ້ “ເລນຊ້າຍສຸດ” ສະເພາະໃນກໍລະນີ ທີ່ກຽມລ້ຽວຊ້າຍ ຫຼື ລ້ຽວກັບ, ໃນໄລຍະ 150 ແມັດ ກ່ອນຮອດຈຸດລ້ຽວເທົ່ານັ້ນ.

– ເອກະສານຄົບ: ຕ້ອງມີໃບຂັບຂີ່ຖືກປະເພດ, ໃບກວດເຕັກນິກ, ປະກັນໄພ ແລະ ເສຍຄ່າທາງ.

ສິ່ງທີ່ “ຫ້າມ” ເດັດຂາດ:

ຫ້າມລໍ້ເປື້ອນ: ກ່ອນອອກຈາກບໍ່ດິນ ຫຼື ສະຖານທີ່ກໍ່ສ້າງ “ຕ້ອງລ້າງລໍ້ໃຫ້ສະອາດ” ຫ້າມເອົາຂີ້ຕົມອອກມາຢຽບທາງຢາງ.

ຫ້າມນ້ຳຍ້ອຍ: ຫ້າມບັນທຸກຊາຍປຽກ/ດິນປຽກ ໂດຍບໍ່ມີຜ້າບັດກັນນ້ຳ (ຫ້າມນ້ຳໄຫຼຍ້ອຍໃສ່ທາງ).

ຫ້າມຈອດຊະຊາຍ: ຫ້າມຈອດລົດ, ຖອກເທວັດສະດຸ ຫຼື ລ້າງໂມ່ປູນ ໃສ່ແຄມທາງ ແລະ ຮ່ອງນ້ຳ.

ຫ້າມສຽງດັງ/ຄວັນດຳ: ລົດຕ້ອງຢູ່ໃນສະພາບດີ ບໍ່ສ້າງມົນລະພິດ.

ມາດຕະການນີ້ ອອກມາເພື່ອແກ້ໄຂບັນຫາລົດຕິດ, ອຸບັດເຫດ ແລະ ຖະໜົນເປື້ອນເປິ ທີ່ຊາວນະຄອນຫຼວງຈົ່ມກັນມາຕະຫຼອດ.

ຖາມແທ້… ທ່ານຄິດວ່າຈະເຮັດໄດ້ຈິງບໍ່? ແລະ ແຖວບ້ານທ່ານ ຍັງມີລົດບັນທຸກແລ່ນໄວ ຢູ່ບໍ່? ຄອມເມັ້ນບອກແອດມິນແດ່! 👇

#ຂ່າວວຽງຈັນ#ຈັດລະບຽບການສັນຈອນ#ລົດບັນທຸກ#ຄວາມປອດໄພບົນທ້ອງຖະໜົນ#VientianeUpdate2026

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles