ມື້ນີ້ ວັນທີ 5 ມັງກອນ 2026 ແມ່ນວັນຄົບຮອບ 23 ປີ ວັນປະດິດສະຖານ ຮູບປັ້ນຫລໍ່ ອານຸສາວະລີເຈົ້າຟ້າງຸ່ມ ມະຫາລາດ ວິລະກະສັດຜູ້ທ້ອນໂຮມອານາຈັກລາວລ້ານຊ້າງ (5/1/2003-5/1/2026).
ເຈົ້າຟ້າງຸ່ມ ມີພະນາມເຕັມວ່າ: “ສົມເດັດ ພຣະບາດ ອັນຍາ ຟ້າ ລັດທຸຣັນຍາ ສຣີ ສັດຕະນາ ຄະນະຍຸດທາ ມະຫາຣາຊ ພຣະບາດ ຣາຊະທໍຣະນີ ສຣີ ສັດຕະນະ ນະຄອນ” ເກີດໃນປີມະໂລງ ຄສ 1316 ທີ່ນະຄອນຊຽງທອງ ( ຫລວງພຣະບາງ ) ເປັນລູກຊາຍກົກ ຂອງເຈົ້າຂຸນຜີຟ້າ ຫລືເຈົ້າຟ້າງ້ຽວ.
ຄສ 1349 ເລີ່ມຕົ້ນນຳພາປວງຊົນເຕົ້າໂຮມແຜ່ນດິນລາວ ໃນຂອບເຂດທີ່ມີປະຊາຊົນລາວບັນດາເຜົ່າຕັ້ງພູມລຳເນົາ ແລະ ສ້າງຕັ້ງອານາຈັກລາວລ້ານຊ້າງ ເອກະລາດ ເອກະພາບ, ເປັນຜູ້ທ້ອນໂຮມອານາຈັກລາວລ້ານຊ້າງໃຫ້ເປັນປືກແຜ່ນ.
ໃນປີ ຄສ 1353 ພະອົງໄດ້ຮັບການສະຖາປະນາຂຶ້ນເປັນພະເຈົ້າແຜ່ນດິນອານາຈັກລາວລ້ານຊ້າງ ເຊິ່ງເປັນກະສັດອົງທີ 25 ແຫ່ງຣາຊະວົງລ້ານຊ້າງ (ຂຸນລໍ ອົງທີ 1), ຕອນນັ້ນພະອົງມີອາຍຸພຽງ 37 ປີ ແລະ ມີພະນາມວ່າ: ” ພະຍາຟ້າງຸ່ມມະຫາຣາດ ຟ້າຫລ້າທໍຣະນີ ສີສັດຕະນາຄະນະຫຸດ ” ເຊິ່ງໄດ້ປົກຄອງບ້ານເມືອງ ສັງຄົມ ດ້ວຍຕົວບົດກົດໝາຍ ຂະນົບທຳນຽມ ປະເພນີອັນເປັນເອກະລັກຂອງຊາດລາວ, ເຈົ້າຟ້າງຸ່ມ ໄດ້ສະຫລະຣາຊະບັນລັງ ໃນປີ ຄ.ສ 1372 ແລະ ພະອົງສະຫວັນນະຄົດ ໃນປີ 1373.
ເພື່ອລະນຶກຄຸນງາມຄວາມດີຂອງບັນພະບຸລຸດ, ນັກຮົບວີລະຊົນ ແລະ ວີລະກຳອັນລ້ຳເລີດຂອງເຈົ້າຟ້າງຸ່ມ ທີ່ໄດ້ອຸທິດຊີວິດເພື່ອຊາດ ສະນັ້ນລັດຖະບານຈຶ່ງໄດ້ມີໂຄງການຫລໍ່ຮູບປັ້ນຂຶ້ນ ແລະ ສຳເລັດປະດິດສະຖານສົມບູນ ພ້ອມມີພິທີສະເຫລີມສະຫລອງຢ່າງຍິ່ງໃຫຍ່ ໃນວັນທີ 5 ເດືອນມັງກອນ ປີ 2003 ແລະ ທຸກໆປີກໍຈະມີການສະເຫລີມສະຫລອງເພື່ອລະນຶກຄຸນຄວາມດີຂອງເພິ່ນ.

