ເລິ່ມ 1 ກຸມພາ 2026 ທຸລະກິດການຄ້າ ທາງອີເລັກໂຕນິກ ຕ້ອງຂໍອະນຸຍາດດຳເນີນການ ຜ່ານ 2 ຊ່ອງທາງ

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ, ລົງວັນ ທີ 12 ເມສາ 2021 ແລະ ລະບຽບການທີ່ກ່ຽວຂ້ອງ ແນ່ໃສ່ເຮັດໃຫ້ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານການຄ້າທາງເອເລັກໂຕຣນິກ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ, ປະສິດທິຜົນ. ສະນັ້ນ, ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກແຈ້ງການ ດັ່ງນີ້:

1. ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ໃຫ້ປະກອບເອກະ ສານເພື່ອຂໍການຢັ້ງຢືນຮັບຮູ້ ຫຼື ຂໍອະນຸຍາດດໍາເນີນການຄ້າທາງເອເລັກໂຕຣນິກ ຕາມຄໍາແນະນໍາ ກ່ຽວກັບການແຈ້ງ, ການຢັ້ງຢືນຮັບຮູ້ ແລະ ການຂໍອະນຸຍາດການດໍາເນີນທຸລະກິດ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 0479/ ອຄ, ລົງວັນທີ 05 ເມສາ 2023 ຊຶ່ງສາມາດຍືນເອກະສານໄດ້ 02 ຊ່ອງທາງ ດັ່ງນີ້:

I) ຍື່ນເອກະສານສະເໜີຕໍ່ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍຜ່ານພະ ແນກຄຸ້ມຄອງການຄ້າທາງເອເລັກໂຕຣນິກ;

II) ສາມາດລົງທະບຽນການຄ້າທາງເອເລັກໂຕຣນິກອອນລາຍ ຜ່ານລະບົບ E-trust Online registration E-commerce ເພື່ອອໍານວຍຄວາມສະດວກໃຫ້ແກ່ບຸກຄົນ, ນິຕິບຸກຄົນ ທີ່ຢູ່ເມືອງ ແລະ ແຂວງ ສາມາດແຈ້ງຢັ້ງຢືນຮັບຮູ້ ແລະ ຂໍອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣ ນິກ ຜ່ານລະບົບ E-trust application;

2. ນິຕິບຸກຄົນ ທີ່ມີຈຸດປະສົງດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ, ພາຍຫຼັງອອກໃບທະບຽນວິສາຫະກິດແລ້ວ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ແນະນໍາໃຫ້ມາພົວພັນກັບກົມການຄ້າພາຍໃນ ເພື່ອຂໍອະນຸຍາດ ດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ຕາມລະບຽບການ;

3. ສໍາລັບບຸກຄົນ, ນິຕິບຸກຄົນ ທີ່ໄດ້ຮັບໃບຢັ້ງຢືນຮັບຮູ້ ຫຼື ໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກ ໂຕຣນິກ ແລ້ວ, ຖ້າຫາກໃບຢັ້ງຢືນຮັບຮູ້ ຫຼື ໃບອະນຸຍາດດໍາເນີນທຸລະກິດດັ່ງກ່າວ ໝົດອາຍຸ ແຕ່ບໍ່ມາສະເໜີຂໍຕໍ່ອາຍຸ ຫຼື ແຈ້ງເຫດຜົນຕໍ່ເຈົ້າໜ້າທີ່ ຂອງກົມການຄ້າພາຍໃນ ກໍລະນີ ເຈົ້າໜ້າທີ່ກວດພົບເຫັນ ຈະຖືກນໍາໃຊ້ມາດຕະການ ຕາມທີ່ ກຳນົດໄວ້ໃນຂໍ້ຕົກລົງ ວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດດໍາລັດ ແລະ ລະບຽບການ ກ່ຽວກັບການຄ້າທາງເອເລັກໂຕຣນິກ ສະບັບເລກທີ 2828/ອຄ, ລົງວັນທີ 11 ພະຈິກ 2025 ພ້ອມທັງເຮັດບົດບັນທຶກ ກ່າວເຕືອນ;

4. ການຕໍ່ອາຍຸ, ການດັດແກ້ເນື້ອໃນ, ການຍົກເລີກ ຫຼື ລົບລ້າງ ໃບຢັ້ງຢືນຮັບຮູ້ ຫຼື ໃບອະນຸຍາດດໍາເນີນ ທຸລະກິດການຄ້າທາງເອເລັກໂຕຣນິກ ໃຫ້ປະຕິບັດຕາມທີ່ກຳນົດໄວ້ໃນຄໍາແນະນໍາ ກ່ຽວກັບການແຈ້ງ, ການຢັ້ງຢືນ ຮັບຮູ້ ແລະ ການຂໍອະນຸຍາດການດໍາເນີນທຸລະກິດ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 0479/ອຄ, ລົງວັນທີ 05 ເມສາ 2023;

5. ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຕິດຕາມ, ກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ບຸກຄົນ, ນິຕິບຸກຄົນ ທີ່ລະເມີດການດໍາເນີນທຸລະກິດການຄ້າເອເລັກໂຕຣນິກ ຕາມກົດໝາຍ ແລະ ລະບຽບການ;

6. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ການແຈ້ງ, ຢັ້ງຢືນຮັບຮູ້ ແລະ ອະນຸຍາດການດໍາເນີນທຸລະກິດ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 0991/ຫອຄ, ລົງວັນທີ 15 ພຶດສະພາ 2023;

7. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 01 ກຸມພາ 2026 ເປັນຕົ້ນໄປ, ພາຍຫຼັງທີ່ຂໍ້ຕົກລົງ ວ່າ ດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດດໍາລັດ ແລະ ລະບຽບການ ກ່ຽວກັບການຄ້າທາງ ເອເລັກໂຕຣນິກ ສະບັບເລກທີ 2828/ອຄ, ລົງວັນທີ 11 ພະຈິກ 2025 ໄດ້ລົງຈົດໝາຍເຫດທາງລັດຖະການ ຄົບ ຕາມເວລາກໍານົດ ຕາມກົດໝາຍ ວ່າດ້ວຍການສ້າງນິຕິກຳ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles