ພະແນກອຸດສະຫະກຳ ແລະ ການຄ້າ (ອຄ) ແຂວງເຊກອງ ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະນໍາເຂົ້າບໍ່ຖືກຕ້ອງ ໃນວັນທີ 30 ທັນວາ 2025 ໂດຍມີທ່ານ ຄໍາແສນ ພະສະແຫວງ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກ ອຄ, ຜູ້ຊີ້ນໍາວຽກງານເຈົ້າໜ້າທີ່ກວດກາການຄ້າ, ຄະນະສະເພາະກິດຕ້ານສະກັດກັ້ນຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ໂດຍສິນຄ້າທີ່ນໍາມາທໍາລາຍໃນຄັ້ງນີ້, ແມ່ນສິນຄ້າທີ່ເຈົ້າໜ້າທີ່ການຄ້າຂັ້ນແຂວງ ແລະ ເມືອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວກວດກາພາຍໃນຕະຫລາດ, ຮ້ານຄ້າຂາຍຍົກ-ຂາຍຍ່ອຍ ພາຍໃນເທສະບານແຂວງ ກໍຄື ບັນດາເມືອງ ຊຶ່ງມີທັງໝົດ 27 ລາຍການ ລວມມູນຄ່າ 20 ລ້ານກວ່າກີບ ໃນນີ້, ສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ 23 ລາຍການ, ສິນຄ້ານອກລະບົບ 4 ລາຍການ ແລະ ສິນຄ້າປອມແປງ, ສິນຄ້າລອກຮຽນແບບ, ບໍ່ຕິດສະຫລາກເປັນພາສາລາວ 1 ລາຍການ.
ທ່ານ ຄໍາແສນ ພະສະແຫວງ ໃຫ້ຮູ້ວ່າ: ການທໍລາຍສິນຄ້າຄັ້ງນີ້, ແມ່ນເປັນການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ຂອງກະຊວງອຸດສາຫະກໍາ ແລະການຄ້າ ໂດຍສະເພາະ ກົດໝາຍວ່າດ້ວຍປົກປ້ອງຜູ້ຊົມໃຊ້ ແລະ ດໍາລັດວ່າດ້ວຍການກວດກາການຄ້າ ທັງນີ້ກໍ່ເພື່ອຄຸ້ມຄອງ, ກວດກາຫົວໜ່ວຍທຸລະກິດໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດຫມາຍ, ຮັບປະກັນຜົນປະໂຫຍດ, ຄວາມປອດໄພຂອງຜູ້ຊົມໃຊ້ ທີ່ເກີດຈາກຜົນກະທົບທາງລົບ ຈາກການຊົມໃຊ້ສິນຄ້າທີ່ບໍ່ມີຄຸນນະພາບ ແລະເປັນການຊຸກຍູ້ສົ່ງເສີມການຜະລິດພາຍໃນ, ການນໍາເຂົ້າ, ການຈໍາໜ່າຍສິນຄ້າ ແລະການບໍລິການໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດຫມາຍ ແນ່ໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຍຸຕິທໍາ.


