ເຈົ້າເຊື່ອບໍ່? ປາທູນ່າໂຕດຽວສາມາດຊື້ເຮືອນວິນລ່າຫຼູໆໄດ້ຫຼາຍຫຼັງເລີຍ! ຫຼ້າສຸດໃນງານປະມູນປີໃໝ່ທີ່ຕະຫຼາດປາໂຕໂຢສຸ ປະເທດຍີ່ປຸ່ນ, “ເຈົ້າພໍ່ຊູຊິ” ທ່ານ ຄິໂຢຊິ ຄິມູຣະ ໄດ້ສ້າງປະຫວັດສາດໃໝ່ ທຸ່ມເງິນກວ່າ 510 ລ້ານເຢນ ເພື່ອປິດດີວປາທູນ່າຄີບສີຟ້າຍັກ!
ກາຍເປັນກະແສຮືຮາໄປທົ່ວໂລກກັບການເປີດປະມູນປາທູນ່າຄັ້ງທຳອິດຂອງປີ 2026 ທີ່ຕະຫຼາດປາໂຕໂຢສຸ (Toyosu) ໃນກຸງໂຕກຽວ ເມື່ອ “ລາຊາທູນ່າ” ຄົນດັງແຫ່ງຍີ່ປຸ່ນ ຍອມຈ່າຍເງິນກ້ອນໃຫຍ່ເປັນປະຫວັດສາດເພື່ອຄອບຄອງປາທີ່ດີທີ່ສຸດຂອງປີ.
ທ່ານ ຄິໂຢຊິ ຄິມູຣະ (Kiyoshi Kimura) ເຈົ້າຂອງອານາຈັກຮ້ານຊູຊິຊື່ດັງ Sushizanmai ໄດ້ຊະນະການປະມູນດ້ວຍລາຄາສູງເຖິງ 510.3 ລ້ານເຢນ (ປະມານ 3.2 ລ້ານໂດລາສະຫະລັດ ຫຼື 70 ກວ່າຕື້ກີບ).
ປາທູນ່າຄີບສີຟ້າ (Bluefin Tuna) ໂຕນີ້ມີນ້ຳໜັກເຖິງ 243 ກິໂລກຣາມ, ຖືກຈັບໄດ້ຢູ່ເຂດນ່ານນ້ຳໂອມະ (Oma) ທາງພາກເໜືອຂອງຍີ່ປຸ່ນ ເຊິ່ງຂຶ້ນຊື່ວ່າເປັນແຫຼ່ງປາທູນ່າທີ່ມີຄຸນນະພາບດີທີ່ສຸດໃນໂລກ.
ການປະມູນຄັ້ງນີ້ຖືວ່າເປັນການທຳລາຍສະຖິຕິເດີມທີ່ເຄີຍເຮັດໄວ້ໃນປີ 2019 (333.6 ລ້ານເຢນ) ແບບຂາດຮອຍ.
ເຖິງວ່າລາຄາຈະສູງຈົນໜ້າຕົກໃຈ, ແຕ່ທ່ານ ຄິມູຣະ ກ່າວວ່າ “ລາຄາອາດຈະສູງກວ່າທີ່ຄິດໄວ້ ແຕ່ຂ້ອຍຢາກໃຫ້ລູກຄ້າໄດ້ກິນປາທີ່ດີທີ່ສຸດ ເພື່ອເປັນສິລິມຸງຄຸນ ແລະ ສ້າງພະລັງໃຫ້ທຸກຄົນມີຄວາມສຸກໃນຕົ້ນປີໃໝ່ນີ້”.
ການປະມູນໃນວັນຂຶ້ນປີໃໝ່ຂອງຍີ່ປຸ່ນ ບໍ່ແມ່ນພຽງແຕ່ການຊື້ຂາຍປາທຳມະດາ, ແຕ່ມັນຄື “ສັນຍາລັກແຫ່ງຄວາມໂຊກດີ” ແລະ ເປັນການສ້າງຊື່ສຽງ (Marketing) ໃຫ້ກັບທຸລະກິດ. ປາໂຕນີ້ຈະຖືກນຳໄປແຈກຈ່າຍໃຫ້ກັບລູກຄ້າໃນຮ້ານ Sushizanmai ໄດ້ລີ້ມລອງລົດຊາດລະດັບພຣີມ່ຽມໃນລາຄາປົກກະຕິ!
ທີ່ມາ: VN Express

