ໂດຍສະເລ່ຍແລ້ວ ຜູ້ຍິງມີອັດຕາການພິບຕາ 19 ຄັ້ງຕໍ່ນາທີ ໃນຂະນະທີ່ຜູ້ຊາຍກະພິບຕາພຽງ 11 ຄັ້ງ !!!

ຮໍໂມນເພດຍິງ ມີສ່ວນສຳຄັນໃນການກະຕຸ້ນການສ້າງນ້ຳລ້ຽງຕາ. ລະດັບຮໍໂມນທີ່ສູງກວ່າໃນຮ່າງກາຍຂອງຜູ້ຍິງ ຈະສົ່ງຜົນໃຫ້ລະບົບປະສາດສັ່ງການໃຫ້ຕາພິບຖີ່ຂຶ້ນ ເພື່ອຮັກສາຄວາມຊຸ່ມຊື່ນ ແລະ ປ້ອງກັນບໍ່ໃຫ້ຕາແຫ້ງ.

ຜົນການສຶກສາພົບວ່າ ຜູ້ຍິງທີ່ກິນຢາຄຸມກຳເນີດ ຈະມີອັດຕາການກະພິບຕາຖີ່ກວ່າຜູ້ຍິງທົ່ວໄປເຖິງ 32%. ເນື່ອງຈາກຢາຄຸມກຳເນີດໄປເພີ່ມລະດັບຮໍໂມນໃນຮ່າງກາຍ ເຮັດໃຫ້ຕ່ອມນ້ຳຕາເຮັດວຽກ ແລະ ຕ້ອງກະພິບຕາເລື້ອຍໆ ເພື່ອເຄືອບກະຈົກຕາ.

ຄອນແທັກເລນ, ການແຕ່ງໜ້າ (ເຊັ່ນ: ການຂຽນຂອບຕາ ຫຼື ໃສ່ຂົນຕາປອມ) ແລະ ສະພາບແວດລ້ອມ ມັກຈະເຮັດໃຫ້ຜູ້ຍິງເກີດອາການຕາແຫ້ງໄດ້ງ່າຍກວ່າ. ຮ່າງກາຍຈຶ່ງປັບຕົວໂດຍການກະພິບຕາອັດຕະໂນມັດ ເພື່ອທຳຄວາມສະອາດ ແລະ ເພີ່ມຄວາມຊຸ່ມຊື່ນໃຫ້ດວງຕາ.

ແຫຼ່ງຂໍ້ມູນ: National Institutes of Health (NIH)

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles