ບໍລິສັດເບຍລາວ ມອບຜະລິດຕະພັນເຄື່ອງດື່ມຊ່ວຍເຫຼືອ ບັນເທົາທຸກຜູ້ປະສົບໄພນ້ຳຖ້ວມໃນທົ່ວປະເທດ ມູນຄ່າ 1ຕື້ກວ່າກີບ

ເມື່ອທ້າຍ ເດືອນສິງຫາ 2026 ທີ່ຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຮ່ວມກັບຄະນະຜູ້ນຳຂັ້ນສູງຈາກສູນກາງ ລົງພື້ນທີ່ແຂວງພາກກາງ ແລະ ພາກໃຕ້ ເພື່ອມອບເຄື່ອງບັນເທົາທຸກໃຫ້ແກ່ບັນດາຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ໂດຍມີຕົວແທນຈາກຄະນະກຳມະການປົກຄອງແຂວງເປັນຜູ້ຮັບມອບ, ລວມມູນຄ່າການຊ່ວຍເຫຼືອກວ່າ 600 ລ້ານກີບ..

ຕໍ່ມາໃນວັນທີ 3 ກັນຍາ 2026, ໂດຍການນຳພາຂອງກະຊວງອຸດສາຫະກຳ ແລະ ການຄ້າ, ບໍລິສັດ ເບຍລາວ ຈຳກັດ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເຂດພາກເໜືອ ຈັດຂຶ້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ຕາງໜ້າຄະນະຜູ້ບໍລິຫານ ແລະ ພະນັກງານ ມອບໂດຍ ທ່ານ ສິດທິໄຊ ເກດຕະວົງ, ອໍານວຍການກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ, ໃຫ້ກຽດຮັບໂດຍທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ລວມມູນຄ່າການຊ່ວຍເຫຼືອໃນຄັ້ງນີ້ຫຼາຍກວ່າ 400 ລ້ານກີບ.

ຜະລິດຕະພັນຂອງ ບໍລິສັດ ເບຍລາວ ຈຳກັດ ທີ່ນຳມາຊ່ວຍເຫຼືອລວມມີ: ນ້ຳດື່ມຫົວເສືອ ຂະໜາດ 1,5 ລິດ ຈຳນວນ 10,000 ແພັກ ແລະ ນ້ຳອັດລົມ ຈຳນວນ 4,000 ແພັກ ເພື່ອໃຫ້ຜູ້ປະສົບໄພເຂົ້າເຖິງເຄື່ອງດື່ມທີ່ສະອາດ ແລະ ປອດໄພ, ລວມມູນຄ່າການຊ່ວຍເຫຼືອລວມທັງໝົດ 1 ຕື້ກວ່າກີບ.

ທ່ານ ເຮັນຣິກ ແອນເດີເຊິນ, ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: “ບໍລິສັດເບຍລາວ ໃນຖານະເປັນຜູ້ນຳດ້ານອຸດສາຫະກຳຜະລິດເຄື່ອງດື່ມຂອງ ສປປ ລາວ, ພວກເຮົາຖືເອົາຄວາມຮັບຜິດຊອບຕໍ່ສັງຄົມເປັນສ່ວນສຳຄັນຂອງການດຳເນີນທຸລະກິດ. ເມື່ອໃດກໍຕາມທີ່ປະຊາຊົນລາວປະສົບກັບຄວາມຫຍຸ້ງຍາກໂດຍສະເພາະຜົນກະທົບຈາກໄພທຳມະຊາດ, ພວກເຮົາບໍ່ເຄີຍລັງເລໃຈທີ່ຈະຍື່ນມືເຂົ້າຊ່ວຍເຫຼືອ ໂດຍຜ່ານບັນດາອົງການຈັດຕັ້ງລັດຖະບານ ເພື່ອສົ່ງຕໍ່ຄວາມຊ່ວຍເຫຼືອໄປຍັງຜູ້ປະສົບໄພ ພ້ອມທັງເປັນກຳລັງໃຈໃຫ້ຜູ້ປະສົບໄພຜ່ານຜ່າຊ່ວງເວລາທີ່ຫຍຸ້ງຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.”

ນອກຈາກນີ້, ບໍລິສັດ ເບຍລາວ ຈຳກັດ ຍັງໄດ້ຈັດຕັ້ງປະຕິບັດຫຼາຍໂຄງການເພື່ອຊ່ວຍເຫຼືອສັງຄົມ, ໂດຍກວມເອົາທັງດ້ານການສຶກສາ, ສາທາລະນະສຸກ, ກິລາ, ວັດທະນະທຳ, ກະສິກຳ ແລະ ການປົກປັກຮັກສາສິ່ງແວດລ້ອມ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດຢ່າງຍືນຍົງ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles