ອະດີດນັກຮຽນຈາກ ມສ ເສດຖາທິລາດ ແຂວງອັດຕະປື (ສົກປີ 2023-2024), ທຸກຄວາມບໍ່ພ້ອມຄື “ແຮງຍູ້” ທີ່ເຮັດໃຫ້ລາວກ້າວໄປຊອກຫາໂອກາດໃໝ່ໆ ໃຫ້ກັບຊີວິດ ຈົນສາມາດເຮັດໃຫ້ລາວເສັງຕິດ ສອງສາຂາຂອງ ມະຫາວິທະຍາໄລແຫ່ງຊາດໄດ້ສຳເລັດ ນັ້ນກໍຄື: ນິຕິສາດ ແລະ ລັດຖະສາດ ສາຂາພົວພັນສາກົນ ແລະ IBM
ນ້ອງ ສຸພາວະດີ ໄດ້ເລົ່າສູ່ທີມງານ Lao Youth Radio FM 90 MHz ວ່າ: ໃນໄລຍະຮຽນ ມ.7 ນ້ອງມີຄວາມໄຝ່ຝັນຢາກຮຽນສາຍການພົວພັນສາກົນ ແຕ່ດ້ວຍຂໍ້ຈຳກັດທາງດ້ານປັດໄຈຫຼາຍໆຢ່າງ ເຮັດໃຫ້ຕ້ອງໄດ້ໂຈະການຮຽນໄປໄລຍະໜຶ່ງ. ຢ່າງໃດກໍຕາມ ໃນລະຫວ່າງນັ້ນ ນ້ອງບໍ່ໄດ້ປ່ອຍໃຫ້ເວລາຜ່ານໄປໂດຍບໍ່ມີປະໂຫຍດ ແຕ່ນ້ອງໄດ້ເຂົ້າຮ່ວມກິດຈະກຳອາສາສະໝັກຢ່າງຫຼາກຫຼາຍ ແລະ ແຂ່ງຂັນໂຄງການຈົນໄດ້ຮັບທຶນມາເຮັດໂປຣເຈັກ.
ໜຶ່ງໃນນັ້ນແມ່ນໂຄງການ Know More Crocodile, Know More Ecosystem ທີ່ໄດ້ຮັບທຶນສະໜັບສະໜຸນຈາກ UNICEF, ການເຂົ້າຮ່ວມປະຊຸມຢູ່ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ພ້ອມທັງການຝຶກອົບຮົມດ້ານສິ່ງແວດລ້ອມ ໃນງານ Gamcil (ການລາຍງານປັນຫາສີຂຽວຜ່ານສື່), LYOM 2026 (ໄວໜຸ່ມຜູ້ພິທັກທຳມະຊາດ), ຈັດກິດຈະກຳເຜີຍແຜ່ຄວາມຮູ້ດ້ານສຸຂະພາບຈິດແກ່ໄວໜຸ່ມ ໂດຍໄດ້ຮັບທຶນຈາກ UNFPA ແລະ ກິດຈະກຳອື່ນໆ ອີກຫຼາຍຢ່າງ ໂດຍສຸມໃສ່ການພັດທະນາຕົນເອງໄປພ້ອມໆກັບການຊ່ວຍເຫຼືອສັງຄົມ.
ມາຮອດປີນີ້ , ນ້ອງມີຄວາມຕັ້ງໃຈຢ່າງຍິ່ງທີ່ຈະເສັງເຂົ້າ ສາຂາການພົວພັນສາກົນ (ຄະນະນິຕິສາດ-ລັດຖະສາດ) ໃຫ້ໄດ້ ເພາະນ້ອງຍັງຍຶດໝັ້ນໃນອຸດົມຄະຕິ ທີ່ຢາກສຶກສາກົດໝາຍ ແລະ ການເມືອງ ເພື່ອນຳມາປັບໃຊ້ໃນວຽກງານການພັດທະນາປະເທດຊາດ ແລະ ຢາກເປັນນັກການທູດໜຸ່ມໃນອະນາຄົດ ທີ່ຈະເປັນກະບອກສຽງໃຫ້ປະເທດ ໃນການແກ້ໄຂບັນຫາສັງຄົມ, ທຸລະກິດ, ຄວາມເຫຼື່ອມລ້ຳ ແລະ ສະພາບສິ່ງແວດລ້ອມ .
ແຕ່ການເສັງເຂົ້າສາຂານີ້ບໍ່ງ່າຍເລີຍ ເພາະເປັນສາຂາຍອດນິຍົມຕົ້ນໆ ຂອງ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍປີນີ້ມີຜູ້ເສັງເຂົ້າຫຼາຍກວ່າ 600 ຄົນ. ເມື່ອຮູ້ແນວນັ້ນ ນ້ອງຈຶ່ງຕັ້ງໃຈທົບທວນບົດຮຽນ ມ. 5-7 ຢ່າງໜັກ, ຄົ້ນຄວ້າບົດເສັງເກົ່າຂອງ ມຊ ແລະ ນຳໃຊ້ AI ເຂົ້າໃນການຊ່ວຍອອກແບບບົດຮຽນ ພ້ອມທັງວິເຄາະແນວທາງຂໍ້ເສັງ. ນອກຈາກນີ້ ນ້ອງຍັງໂຊກດີທີ່ມີຄອບຄົວ ແລະ ຄົນອ້ອມຂ້າງຄອຍໃຫ້ກຳລັງໃຈ ແລະ ຊັບພອດຢູ່ສະເໝີ.
ຍ້ອນຮູ້ວ່າສາຂາການພົວພັນສາກົນມີການແຂ່ງຂັນສູງຫຼາຍ, ນ້ອງຈຶ່ງໄດ້ສະໝັກເສັງ ສາຂາບໍລິຫານທຸລະກິດ International Business Management (IBM) ພາກພາສາອັງກິດ ເຊິ່ງເປັນຫຼັກສູດນານາຊາດຂອງ ມຊ ໄວ້ອີກທາງໜຶ່ງ. ເນື່ອງຈາກບົດເສັງເກົ່າຂອງສາຂານີ້ບໍ່ຄ່ອຍມີໃຫ້ເຫັນ, ນ້ອງຈຶ່ງໄດ້ຂໍຄຳປຶກສາຈາກຮຸ່ນເອື້ອຍ ເພາະຫວັງວ່າຖ້າບໍ່ຕິດສາຍທີ່ຕັ້ງໃຈໄວ້ແຕ່ທຳອິດ ກໍຂໍໃຫ້ໄດ້ສາຍນີ້ ເພື່ອນຳໃຊ້ບົດຮຽນເປັນຂົວຕໍ່ໃນການຊ່ວຍພັດທະນາເສດຖະກິດຂອງລາວຮ່ວມກັບສາກົນ.
ຫຼັງຈາກຜ່ານການເສັງຂໍ້ຂຽນ ແລະ ການສຳພາດເປັນພາສາອັງກິດ ທີ່ນ້ອງໄດ້ພະຍາຍາມອະທິບາຍອຸດົມຄະຕິຂອງຕົນເອງໃຫ້ກຳມະການຟັງ, ສຸດທ້າຍ ຄວາມຕັ້ງໃຈກໍປະສົບຜົນສຳເລັດ! ເມື່ອ ມຊ ປະກາດຜົນອອກມາວ່າ ນ້ອງເປັນນັກຮຽນ “ໜຶ່ງດຽວຈາກແຂວງອັດຕະປື” ທີ່ມີລາຍຊື່ຈາກ 189 ຄົນ ຂອງ ສາຂາການພົວພັນສາກົນ ມະຫາວິທະຍາໄລແຫ່ງຊາດ, ແລະ ຍັງສາມາດສອບເສັງຕິດສາຍ IBM ໄດ້.
ເມື່ອຖາມວ່າ ເປັນຫຍັງນ້ອງຈຶ່ງເປັນຄົນດຽວໃນແຂວງອັດຕະປືທີ່ເສັງຕິດສາຍນີ້? ນ້ອງຄິດວ່າ ຍ້ອນການຮັບຮູ້ຂໍ້ມູນຂ່າວສານອາດຈະຍັງບໍ່ທົ່ວເຖິງ ແລະ ສາຍພົວພັນສາກົນອາດຈະບໍ່ຄ່ອຍນິຍົມໃນກຸ່ມນັກຮຽນຢູ່ແຂວງ. ອີກປະເດັນໜຶ່ງແມ່ນ ບັນຫາການປະລະການຮຽນ ເຊິ່ງຂໍ້ມູນຫຼ້າສຸດປີ 2026 ຈາກພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ລະບຸວ່າ ມີນັກຮຽນປະລະການຮຽນເປັນຈຳນວນຫຼາຍ.
“ນ້ອງບໍ່ສາມາດຕີລາຄາໄດ້ວ່າ ເປັນຫຍັງເຂົາເຈົ້າຈຶ່ງປະລະການຮຽນ ເພາະນ້ອງກໍເຄີຍເປັນຜູ້ໜຶ່ງທີ່ຍັງບໍ່ພ້ອມຮຽນໃນຊ່ວງຈົບໃໝ່ໆ ແຕ່ປາກົດການນີ້ເຮັດໃຫ້ນ້ອງຄິດວ່າ ທຸກຄົນມີເສັ້ນທາງເປັນຂອງໂຕເອງ. ແນວໃດກໍຕາມ ນ້ອງຢາກໃຫ້ນັກຮຽນທຸກຄົນຮັບຮູ້ວ່າ ບໍ່ມີຫຍັງທີ່ຍາກ ຫຼື ງ່າຍເກີນໄປ, ຢ່າຟ້າວທໍ້ຕັ້ງແຕ່ຍັງບໍ່ທັນເລີ່ມ. ລອງໄຝ່ຝັນ ແລະ ຂົນຂວາຍຫາໂອກາດ ເພາະໂອກາດມີຢູ່ສະເໝີ ຖ້າພວກເຮົາໄຂວ່ຄວ້າ.”
ນ້ອງ ສຸພາວະດີ ກ່າວຕື່ມວ່າ: ຈຸດປະສົງຂອງນ້ອງທີ່ມາແບ່ງປັນ ບໍ່ແມ່ນການອວດອົ່ງທະນົງຕົວ ເພາະຮູ້ດີວ່າຍັງມີຄົນໃນແຂວງທີ່ໄປຮຽນສາຍທີ່ເຂົ້າເຖິງຍາກກວ່ານີ້. ແຕ່ສິ່ງທີ່ຢາກແກ້ໄຂ ແມ່ນ ບັນຫາຄວາມຫຍໍ້ທໍ້ຕໍ່ການສຶກສາ ບໍ່ສະເພາະແຕ່ຢູ່ອັດຕະປື ແຕ່ລວມເຖິງແຂວງອື່ນໆ ທີ່ໄວໜຸ່ມບາງກຸ່ມອາດຈະເບິ່ງວ່າການຮຽນເປັນເລື່ອງຍາກຕັ້ງແຕ່ຍັງບໍ່ທັນເລີ່ມ.
ປັດຈຸບັນ ປະເທດລາວເລີ່ມມີການຮ່ວມມືກັບຕ່າງປະເທດຫຼາຍຂຶ້ນ. ຖ້າມີແຕ່ຄົນກຸ່ມນ້ອຍໆ ທີ່ເຂົ້າໃຈ, ສຽງຂອງພວກເຮົາອາດຈະບໍ່ດັງພໍທີ່ຈະຮ່ວມກັນແກ້ໄຂບັນຫາສັງຄົມ ແລະ ສະພາບແວດລ້ອມ. ສະນັ້ນ, ນ້ອງຈຶ່ງຢາກເຊີນຊວນໃຫ້ໄວໜຸ່ມລາວ “ກ້າທີ່ຈະຄິດ, ກ້າທີ່ຈະແຕກຕ່າງ, ກ້າທີ່ຈະພັດທະນາໂຕເອງ ແລະ ມີວິໄສທັດເບິ່ງໂລກໃຫ້ກວ້າງ ” ຕັ້ງໃຈພັດທະນາຕົນເອງໂດຍບໍ່ໄປຕາມກະແສສັງຄົມທີ່ພາໃຫ້ຖອຍຫຼັງ ເພາະປະເທດເຮົາຍັງຕ້ອງການບຸກຄະລາກອນທີ່ມີຄວາມຄິດກ້າວໄກຢູ່ສະເໝີ.
ທີ່ມາ: ສຸພາວະດີ ບຸບຜາວັນ


