ວັນທີ 27 ສິງຫາ 2026 ທີ່ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
ໃຫ້ກຽດມອບເຄື່ອງໃນຄັ້ງນີ້ໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຕາງໜ້າໃຫ້ໂຮງໝໍເມືອງໂຂງ ຂຶ້ນກ່າວຮັບໂດຍ ທ່ານ ບຸນເນື່ອງ ສີລາຄົມ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໂຂງ; ເຂົ້າຮ່ວມມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍຄະນະອຳນວຍການໂຮງໝໍ, ແພດ-ໝໍ ແລະ ພະນັກງານວິຊາການ ພາກສ່ວນທີ່ກ່ຽວຂ້ອງ ພາຍໃນໂຮງໝໍເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ການມອບ-ຮັບ ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ຖືເປັນກຳລັງແຮງ ແລະ ເປັນການກະຕຸກຊຸກຍູ້ຢ່າງແຂງແຮງ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານກັ່ນກອງ, ບົ່ງມະຕິພະຍາດທາງລະບົບຫາຍໃຈ ກໍຄືພະຍາດວັນນະໂລກ ໃຫ້ມີຄວາມຊັດເຈນ, ວ່ອງໄວ ແລະ ທັນທ່ວງທີ; ທັງເປັນການຍົກລະດັບ ຂີດຄວາມສາມາດ ຂອງໂຮງໝໍຂັ້ນທ້ອງຖິ່ນ ໃຫ້ມີຄວາມພ້ອມໃນການບໍລິການປິນປົວ ແລະ ເບິ່ງແຍງສຸຂະພາບຂອງພໍ່ແມ່ປະຊາຊົນຢູ່ເຂດເມືອງໂຂງໃຫ້ດີຂຶ້ນເປັນກ້າວໆ.
ປະທານຄະນະກຳມະການປົກຄອງເມືອງກ່າວຕື່ມວ່າ: ການໄດ້ຮັບເຄື່ອງເອັກສະເລຊຸດໃໝ່ນີ້ ຈະກາຍເປັນເຄື່ອງມືທີ່ສຳຄັນ ທີ່ຈະມາຊ່ວຍໃຫ້ທີມງານແພດ-ໝໍ ໂຮງໝໍເມືອງໂຂງ ພວກເຮົາສາມາດເລ່ງກວດຄົ້ນຫາຜູ້ຕິດເຊື້ອວັນນະໂລກ ໄດ້ຢ່າງມີປະສິດທິພາບ ເພື່ອບັນລຸຕາມເປົ້າໝາຍ ທີ່ວາງໄວ້ໃນການລົບລ້າງພະຍາດວັນນະໂລກ ໃຫ້ໝົດໄປຈາກທ້ອງຖິ່ນ.
ທີມາ: ສະຖານີວິທະຍຸ-ໂທລະພາບເມືອງໂຂງ


