ພະແນກຕຳຫຼວດຈະລາຈອນ ແລະ ກອງຕຳຫຼວດຈະລາຈອນ 9 ຕົວເມືອງ ສັງກັດ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມຜ່ານແຜນປ້ອງກັນ ແລະ ອຳນວຍຄວາມສະດວກດ້ານການຈະລາຈອນ ໃນໄລຍະເປີດສົກຮຽນໃໝ່ ໃນວັນທີ 28 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ.
ການຈັດກຳລັງຄັ້ງນີ້ ມີເປົ້າໝາຍເພື່ອຄວບຄຸມ ແລະ ລະບາຍການສັນຈອນຕາມສາຍທາງ, ສີ່ແຍກ, ວົງວຽນ, ປ້ອມຈະລາຈອນ ແລະ ບໍລິເວນໂຮງຮຽນຕ່າງໆ ໃຫ້ມີຄວາມຄ່ອງຕົວ ແລະ ປອດໄພ.
ຕາມແຜນການ ຈະມີຈຸດລະບາຍການສັນຈອນ 127 ຈຸດ, ປ້ອມຈະລາຈອນ 69 ຈຸດ ແລະ ໂຮງຮຽນ 45 ແຫ່ງ, ໂດຍນຳໃຊ້ກຳລັງພົນທັງໝົດ 366 ນາຍ ເຂົ້າປະຈຳຈຸດຕ່າງໆ.
ໃນນັ້ນ ມີຈຸດໂຄສະນາ 3 ຈຸດ ຢູ່ໜ້າໂຮງຮຽນ ມສ ວຽງຈັນ, ໂຮງຮຽນສິນໄຊ ແລະ ໂຮງຮຽນລາວ-ຫວຽດ. ສ່ວນກອງຕຳຫຼວດທາງຫຼວງມີ 7 ຈຸດ; ເມືອງສີໂຄດຕະບອງ 12 ຈຸດ; ຈັນທະບູລີ 27 ຈຸດ; ໄຊເສດຖາ 9 ຈຸດ; ສີສັດຕະນາກ 37 ຈຸດ; ໄຊທານີ 15 ຈຸດ; ຫາດຊາຍຟອງ 6 ຈຸດ; ນາຊາຍທອງ 5 ຈຸດ; ສັງທອງ 3 ຈຸດ ແລະ ປາກງື່ມ 2 ຈຸດ.
ເຈົ້າໜ້າທີ່ຈະປະຈຳຕາມໂຮງຮຽນ, ສີ່ແຍກ, ປ້ອມ ແລະ ຈຸດທີ່ມີໄຟສັນຍານ ເພື່ອອຳນວຍການສັນຈອນ ແລະ ແກ້ໄຂສະພາບການຈະລາຈອນທີ່ອາດແອອັດ.
ມາດຕະການດັ່ງກ່າວ ມຸ່ງເນັ້ນໃຫ້ນັກຮຽນ, ນັກສຶກສາ, ຄູ-ອາຈານ ລວມທັງປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນ ສາມາດເດີນທາງໄດ້ຢ່າງສະດວກ, ເປັນລະບຽບ ແລະ ປອດໄພ ໃນໄລຍະເປີດສົກຮຽນໃໝ່.
ແຫຼ່ງຂ່າວ: ວຽງຈັນໃໝ່


