ໂຄງການບໍລິການ ສັກຢາວັກຊີນກັນພະຍາດວໍ້ ແລະ ເຮັດໝັນສັດ ຟຣີ! ບໍ່ມີຄ່າໃຊ້ຈ່າຍເລີຍ ຟ້າວຈອງຄິວດ່ວນ! ເພິ່ນຮັບຈຳກັດພຽງ 18 ໂຕຕໍ່ມື້ເທົ່ານັ້ນ (ລວມ 140 ໂຕຕະຫຼອດໂຄງການ)
ໂດຍຈະໃຫ້ບຸລິມະສິດຕາມລຳດັບຄື: ນັກຮຽນມັດທະຍົມ > ຜູ້ມີລາຍໄດ້ໜ້ອຍ > ໝາຂອງວັດ > ບຸກຄົນທົ່ວໄປ.
ສະຖານທີ່: ສະຖາບັນພັດທະນາອາຊີວະສຶກສາ ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
ວັນທີ: 31 ສິງຫາ – 11 ກັນຍາ 2026.
ສະແກນ QR Code ໃນຮູບເພື່ອລົງທະບຽນລ່ວງໜ້າໄດ້ເລີຍ!
• ປະເພດສັດ: ຮັບສະເພາະ ໝາລາດ ຫຼື ພັນປະສົມ ເທົ່ານັ້ນ (ບໍ່ຮັບໝາພັນແທ້, ໝາພັນນ້ອຍ ແລະ ໝາພັນໜ້າສັ້ນ ເນື່ອງຈາກມີຄວາມສ່ຽງສູງຈາກການວາງຢາສະຫຼົບ).
• ອາຍຸ ແລະ ອັນທະ: ອາຍຸ 6 ເດືອນຂຶ້ນໄປ (ໝາເພດຜູ້ ອັນທະທັງ 2 ຂ້າງຕ້ອງລົງຖົງຄົບສົມບູນ).
• ນ້ຳໜັກ: ຕ້ອງຢູ່ລະຫວ່າງ 7-25 ກິໂລ.
• ສຸຂະພາບ: ຕ້ອງມີສຸຂະພາບດີ, ບໍ່ມີພະຍາດປະຈຳໂຕ, ບໍ່ໄດ້ຢູ່ລະຫວ່າງການປີນປົວ, ບໍ່ຢູ່ໃນໄລຍະຖືພາ ຫຼື ກຳລັງໃຫ້ນົມລູກ.
ອ່ານຕື່ມດ້ານລຸ່ມ



