ໃນວັນທີ 27 ສິງຫາ 2026, ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ຈັດກອງປະຊຸມກາງສະໄໝ ປະຈຳປີ 2026 ຂຶ້ນທີ່ນະຄອນດານັງ ສສ ຫວຽດນາມ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການເງິນ ແລະ ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຮ່ວມເປັນປະທານກັບ ທ່ານ ໂງ ວັນ ຕ໋ວນ ລັດຖະມົນຕີການເງິນ ແລະ ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ.
ກອງປະຊຸມໄດ້ທົບທວນຜົນການຈັດຕັ້ງແຜນຮ່ວມມືໃນຊ່ວງ 8 ເດືອນຕົ້ນປີ 2026 ແລະ ກຳນົດໜ້າວຽກສຳຄັນສຳລັບຊ່ວງທ້າຍປີ ໂດຍສອງຝ່າຍເຫັນວ່າ ການຮ່ວມມືໂດຍລວມມີຄວາມຄືບໜ້າຕາມເປົ້າໝາຍ.
ດ້ານການຄ້າ: ໃນ 7 ເດືອນປີ 2026, ມູນຄ່າການຄ້າສອງຝ່າຍບັນລຸ 1,47 ຕື້ໂດລາສະຫະລັດ ໃນນັ້ນ ລາວສົ່ງອອກປະມານ 1 ຕື້ໂດລາ ແລະ ນຳເຂົ້າປະມານ 420 ລ້ານໂດລາ.
ດ້ານໂຄງການ: ສອງຝ່າຍສືບຕໍ່ຊຸກຍູ້ໂຄງການສຳຄັນ ທັງໂຄງການຊ່ວຍເຫຼືອລ້າ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ຫວຸງອາງ, ການພັດທະນາສາງ ແລະ ທໍ່ສົ່ງນ້ຳມັນ, ການຊື້-ຂາຍໄຟຟ້າ ລວມເຖິງການສຶກສາສາຍສົ່ງ 500 kV ລະຫວ່າງສອງປະເທດ.
ສອງຝ່າຍຍັງໄດ້ທົບທວນບັນຫາຄົງຄ້າງ ແລະ ເຫັນດີເລັ່ງຫາມາດຕະການແກ້ໄຂໃຫ້ເປັນຮູບປະທຳ ພ້ອມສືບຕໍ່ຜັນຂະຫຍາຍແຜນຮ່ວມມື 2026-2030 ໃຫ້ສອດຄ່ອງກັບທິດຊີ້ນຳຂອງຜູ້ນຳຂັ້ນສູງ ແລະ ສະພາບຕົວຈິງຂອງສອງປະເທດ.
ສຳລັບໄລຍະຕໍ່ໜ້າ ຈະເນັ້ນໃສ່ການເສີມສ້າງການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ອຳນວຍຄວາມສະດວກດ້ານການຄ້າ-ການລົງທຶນ, ເລັ່ງແກ້ໄຂອຸປະສັກໃນໂຄງການລົງທຶນຂະໜາດໃຫຍ່ ແລະ ເລັ່ງເພີ່ມມູນຄ່າການຄ້າສອງຝ່າຍໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
ທີ່ມາ: ກະຊວງການເງິນ


