ຫວຽດນາມບັນຈຸຫຼັກສູດ AI ເຂົ້າໃນໂຮງຮຽນທົ່ວປະເທດ ເລີ່ມສົກຮຽນ 2026-2027

ນັບເປັນອີກໜຶ່ງບາດກ້າວສຳຄັນຂອງວົງການການສຶກສາໃນປະເທດເພື່ອນບ້ານ ເມື່ອກະຊວງສຶກສາທິການ ແລະ ບຳລຸງສ້າງຂອງຫວຽດນາມ ໄດ້ປະກາດແຜນນຳໃຊ້ຫຼັກສູດປັນຍາປະດິດ (AI) ເຂົ້າໃນການຮຽນ-ການສອນສຳລັບໂຮງຮຽນສາມັນສຶກສາທົ່ວປະເທດຢ່າງເປັນທາງການ ໂດຍຈະເລີ່ມຈັດຕັ້ງປະຕິບັດໃນສົກຮຽນ 2026-2027 ນີ້ ເພື່ອເປັນການກຽມຄວາມພ້ອມໃຫ້ເຍົາວະຊົນກ້າວທັນຍຸກດິຈິຕອນ.

ສຳລັບຮູບແບບການຮຽນການສອນແມ່ນອອກແບບມາໃຫ້ມີຄວາມຍືດຫຍຸ່ນ ແລະ ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະໂຮງຮຽນ ໂດຍແບ່ງເປັນ 2 ພາກສ່ວນ ຄື: ເນື້ອຫາຫຼັກ (ບັງຄັບຮຽນ 12 ຊົ່ວໂມງຕໍ່ປີໃນແຕ່ລະຊັ້ນຮຽນ) ເພື່ອປູພື້ນຖານຄວາມຮູ້ AI ທີ່ຈຳເປັນເພື່ອໄປໝູນໃຊ້ກັບວິຊາອື່ນໆ; ແລະ ເນື້ອຫາເສີມ ທີ່ໂຮງຮຽນສາມາດເລືອກຈັດເປັນວິຊາສະເພາະ, ສອດແຊກເຂົ້າໃນການຮຽນປົກກະຕິ ຫຼື ເຮັດເປັນກິດຈະກຳນອກຫຼັກສູດ ແລະ ຊົມລົມ ເພື່ອເປີດໂອກາດໃຫ້ນັກຮຽນທີ່ສົນໃຈໄດ້ພັດທະນາພອນສະຫວັນຂອງຕົນເອງໃນລະດັບທີ່ເລິກເຊິ່ງຂຶ້ນ.

ນອກຈາກການສ້າງຄວາມຮູ້ແລ້ວ, ສິ່ງທີ່ຫຼັກສູດນີ້ໃຫ້ຄວາມສຳຄັນທີ່ສຸດແມ່ນການສອນໃຫ້ນັກຮຽນຮູ້ຈັກນຳໃຊ້ AI ຢ່າງປອດໄພ, ມີຈັນຍາບັນ ແລະ ມີຄວາມຮັບຜິດຊອບ ໂດຍໂຮງຮຽນຕ້ອງຄັດເລືອກເຄື່ອງມືທີ່ເໝາະສົມກັບໄວຂອງນັກຮຽນ ພ້ອມທັງປົກປ້ອງຂໍ້ມູນສ່ວນຕົວຢ່າງເຄັ່ງຄັດ. ທີ່ສຳຄັນ, ທາງການຫວຽດນາມຍັງເນັ້ນຢ້ຳວ່າ ການປ່ຽນແປງຄັ້ງນີ້ຕ້ອງບໍ່ສ້າງພາລະຄ່າໃຊ້ຈ່າຍໃຫ້ກັບພໍ່ແມ່ຜູ້ປົກຄອງ ໂດຍພາກລັດຈະລົງທຶນສະໜອງອຸປະກອນ ແລະ ບຸກຄະລາກອນ ໂດຍສະເພາະການຊ່ວຍເຫຼືອໂຮງຮຽນໃນເຂດພູດອຍ ແລະ ເຂດຫ່າງໄກສອກຫຼີກ ເພື່ອຮັບປະກັນວ່ານັກຮຽນທຸກຄົນຈະສາມາດເຂົ້າເຖິງເຕັກໂນໂລຊີອະນາຄົດນີ້ໄດ້ຢ່າງເທົ່າທຽມກັນ.

Source: VietnamNet

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles