ຄວາມຮັກຂອງແມ່ຍິ່ງໃຫຍ່ເກີນກວ່າທີ່ຈະພັນລະນາໄດ້ ແຕ່ໃນທາງວິທະຍາສາດແລ້ວ, ສາຍສຳພັນນີ້ຍັງເລິກເຊິ່ງກວ່າທີ່ພວກເຮົາຄິດຫຼາຍ ຫຼາຍຄົນອາດຈະເຄີຍໄດ້ຍິນຄຳເວົ້າທີ່ວ່າ “ຄົນເປັນແມ່ ເຖິງວ່າຈະຄອດລູກອອກມາແລ້ວ ຫຼື ຕ້ອງສູນເສຍລູກໄປ ແຕ່ລູກກໍຍັງຄົງຢູ່ກັບແມ່ສະເໝີ” ມື້ນີ້ແອັດຈະພາມາຮູ້ຄໍາຕອບຈາກ ຜົນການວິໄຈທາງການແພດທີ່ໄດ້ພິສູດແລ້ວວ່າ ຄໍາເວົ້ານີ້ເປັນຄວາມຈິງ 100% ໃນທາງຊີວະວິທະຍາ.
ປາກົດການ “Fetal Microchimerism” ເມື່ອຈຸລັງຂອງລູກຝັງຮາກໃນຮ່າງກາຍແມ່
ທີມນັກວິທະຍາສາດຈາກສະຖາບັນວິໄຈມະເຮັງ Fred Hutchinson (Fred Hutchinson Cancer Research Center) ແລະ ມະຫາວິທະຍາໄລວໍຊິງຕັນ ໄດ້ຄົ້ນພົບປາກົດການທີ່ເອີ້ນວ່າ “Fetal Microchimerism” (ຟີທັລ ໄມໂຄຣໄຄມີຣິຊຶມ) ເຊິ່ງແມ່ນຂະບວນການທີ່ຈຸລັງຂອງລູກໃນທ້ອງ ໄດ້ລອດຜ່ານເຂົ້າສູ່ກະແສເລືອດຂອງຜູ້ເປັນແມ່ ໃນລະຫວ່າງການຖືພາ.
ສິ່ງທີ່ໜ້າອັດສະຈັນຄື ຈຸລັງເຫຼົ່ານີ້ບໍ່ໄດ້ສະຫຼາຍໂຕໄປຕາມກາລະເວລາ ແຕ່ພວກມັນໄດ້ເດີນທາງໄປຝັງໂຕຢູ່ຕາມອະໄວຍະວະຕ່າງໆຂອງແມ່ເຊັ່ນ: ສະໝອງ, ຫົວໃຈ, ປອດ, ຕັບ ແລະ ຜິວໜັງ ໂດຍສາມາດຄົງຢູ່ໄດ້ດົນນານຫຼາຍທົດສະວັດ ຫຼື ຕະຫຼອດຊີວິດຂອງແມ່.
ຮັກແທ້ຈາກລູກ: ເມື່ອແມ່ເຈັບປ່ວຍຈຸລັງຂອງລູກຈະເຂົ້າໄປຊ່ວຍຟື້ນຟູ
ການສຶກສາທີ່ຖືກຕີພິມໃນວາລະສານວິທະຍາສາດລະດັບໂລກຢ່າງ Nature ແລະ PlOS ONE ລະບຸວ່າຈຸລັງຂອງລູກທີ່ຢູ່ໃນໂຕແມ່ມີຄຸນສົມບັດຄ້າຍຄືກັບ “ຈຸລັງຕົ້ນກຳເນີດ”. ເມື່ອໃດທີ່ຮ່າງກາຍຂອງແມ່ໄດ້ຮັບບາດເຈັບ, ເກີດການອັກເສບ ຫຼື ເຈັບປ່ວຍ ເຊັ່ນ: ຫົວໃຈວາຍ, ຸລັງຂອງລູກເຫຼົ່ານີ້ຈະເດີນທາງໄປຫາຈຸດທີ່ເສຍຫາຍ ແລ້ວປ່ຽນສະພາບໂຕເອງໃຫ້ກາຍເປັນຈຸລັງຫົວໃຈໃໝ່ ເພື່ອຊ່ວຍຊ້ອມແຊມ ແລະ ຟື້ນຟູຮ່າງກາຍໃຫ້ແມ່ໂດຍອັດຕະໂນມັດ.
“ລູກບໍ່ໄດ້ຫາຍໄປໃສ…” ການປອບໂຍນທີ່ຍິ່ງໃຫຍ່ສຳລັບແມ່ທີ່ສູນເສຍ
ຄວາມຈິງທາງວິທະຍາສາດຂໍ້ນີ້ ເປັນສິ່ງທີ່ມີຄຸນຄ່າທາງຈິດໃຈຢ່າງມະຫາສານ ໂດຍສະເພາະກັບຜູ້ເປັນແມ່ທີ່ຕ້ອງຜ່ານປະສົບການອັນເຈັບປວດຈາກການແທ້ງລູກ ຫຼື ສູນເສຍລູກຕັ້ງແຕ່ຍັງນ້ອຍ. ເພາະເຖິງແມ່ນວ່າໃນໂລກແຫ່ງຄວາມຈິງ ນ້ອງຈະບໍ່ໄດ້ຢູ່ຄຽງຂ້າງ, ແຕ່ໃນທາງຊີວະວິທະຍາ “ຈຸລັງຂອງນ້ອງໄດ້ກາຍເປັນສ່ວນໜຶ່ງຂອງຮ່າງກາຍແມ່ແລ້ວ” ນ້ອງຍັງຄົງມີຊີວິດຢູ່, ຄອຍປົກປ້ອງ, ດູແລຮ່າງກາຍຂອງແມ່ຈາກພາຍໃນຕະຫຼອດໄປ.
ເພາະສະນັ້ນ, ຄຳວ່າ “ເປັນແມ່ຕະຫຼອດຊີວິດ” ຈຶ່ງບໍ່ແມ່ນພຽງແຕ່ຄວາມຮູ້ສຶກ ແຕ່ມັນຄືຄວາມຈິງທີ່ຖືກແກະສະລັກໄວ້ໃນທຸກໆຈຸລັງຂອງຜູ້ເປັນແມ່ຢ່າງແທ້ຈິງ.
ແຫຼ່ງຂໍ້ມູນ:
1. Fred Hutchinson Cancer Research Center & University of Washington Study
2. BioEssays Journal / Arizona State University
3. Harvard Medical School (Harvard Health Publishing)

