ວັນທີ 20 ພຶດສະພາ 2026 ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານວັດທະນະທຳ ແລະ ສັງຄົມ ໄດ້ລົງຕິດຕາມການດໍາເນີນວຽກງານ ຮ່ວມກັບ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ວທ.ນວ) ໂດຍມີການນໍາ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກ ວທ.ນວ ໄດ້ລາຍງານວ່າ: ໃນໄລຍະ 4 ເດືອນຕົ້ນປີ 2026 ນະຄອນຫຼວງວຽງຈັນ ສາມາດຕ້ອນຮັບນັກທ່ອງທ່ຽວສູງເຖິງ 806.591 ຄົນ ໃນນັ້ນ ນັກທ່ອງທ່ຽວຕ່າງປະເທດ ມີຈໍານວນເຖິງ 785.322 ຄົນ ສະທ້ອນໃຫ້ເຫັນແນວໂນ້ມການຟື້ນຕົວ ແລະ ການເຕີບໂຕຂອງພາກການທ່ອງທ່ຽວຢ່າງຊັດເຈນ.
ສໍາລັບ 3 ແຫຼ່ງທ່ອງທ່ຽວວັດທະນະທຳ-ບູຮານສະຖານ ປະກອບມີ: ພຣະທາດຫຼວງ, ວັດສີສະເກດ ແລະ ຫໍພະແກ້ວ ສາມາດຕ້ອນຮັບນັກທ່ອງທ່ຽວໄດ້ກວ່າ 88.040 ເທື່ອຄົນ ພ້ອມທັງຕ້ອນຮັບຄະນະຜູ້ແທນ ແລະ ຜູ້ນຳຈາກຫຼາຍປະເທດ ເຊັ່ນ: ມົງໂກລີ, ໄທ ແລະ ຍີ່ປຸ່ນ.
ດ້ານວຽກງານວັດທະນະທຳ ແລະ ຫໍສະໝຸດ ສາມາດສ້າງຄອບຄົວວັດທະນະທຳໃໝ່ໄດ້ 154 ຄອບຄົວ ຢູ່ບ້ານສະພັງຄະນົງ ເມືອງໄຊທານີ ແລະ ມີນັກຮຽນ-ນັກສຶກສາ ພ້ອມປະຊາຊົນ ເຂົ້າໃຊ້ບໍລິການຫ້ອງອ່ານ ຢູ່ຫໍສະໝຸດ ນວ ຫຼາຍກວ່າ 8.940 ເທື່ອຄົນ.
ພ້ອມກັນນີ້ ນະຄອນຫຼວງວຽງຈັນ ຍັງຕັ້ງເປົ້າໝາຍສູງ ໃນການດຶງດູດນັກທ່ອງທ່ຽວໃຫ້ບັນລຸ 2 ລ້ານເທື່ອຄົນ ພ້ອມສ້າງລາຍຮັບດ້ານການທ່ອງທ່ຽວໃຫ້ໄດ້ 600 ລ້ານໂດລາສະຫະລັດ ໃນປີ 2026.
ທີ່ມາ: ວຽງຈັນໃໝ່
Lao Youth Radio

