ລາວ – ຣັດເຊຍ ພົບປະສອງຝ່າຍຮັດແໜ້ນຄວາມຮ່ວມມືຄູ່ມືຍຸດທະສາດ

ວັນທີ 21 ກໍລະກົດ 2026​ ນີ້, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມປີ່ນອ້ອມ ທີ່ ນະຄອນຫຼວງມະນິລາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ​ ​ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ​ ​.

ທັງສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ການພົບປະກັນຢ່າງເປັນປະຈຳໃນເວທີພາກພື້ນ ແລະ ສາກົນ ເຊິ່ງຖືເປັນປະເພນີປະຕິບັດທີ່ສຳຄັນ ໃນການເພີ່ມທະວີຄວາມເຊື່ອອົກເຊື່ອໃຈ, ມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍຄວາມຮ່ວມມື ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ ແລະ ຣັດເຊຍ​​.

ໃນການທົບທວນຄືນໝາກຜົນການຮ່ວມມືທີ່ຜ່ານມາ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ແລະ ເຫັນດີເປັນເອກະພາບ ທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດທ່າແຮງໃຫ້ມີຜົນດຳເນີນງານທີ່ຊັດເຈນຍິ່ງຂຶ້ນ, ເປັນຕົ້ນແມ່ນ:

ເສດຖະກິດ, ການຄ້າ ແລະ ການລົງທຶນ.​

ພະລັງງານ.​

ການສຶກສາ, ວັດທະນະທຳ ແລະ ການທ່ອງທ່ຽວ.​

ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.​

ນອກຈາກນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ພ້ອມທັງຢືນຢັນທີ່ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ, ພ້ອມທັງຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນຂອບ ອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ.

​ທີ່ມາ: ກະຊວງການຕ່າງປະເທດ

​Lao Youth​ ​Radio​ ​FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles