ຫ້ອງການກະຊວງສຶກສາທິການ ແລະ ກິລາ ແຈ້ງມາຍັງພະນັກງານລັດຖະກອນ ແລະ ນັກສຶກສາຊາບວ່າ: ມະຫາວິທະຍາໄລອຸດສາຫະກໍາ ນະຄອນໂຮ່ມິນ ສສ. ຫວຽດນາມ, ສະເຫນີໃຫ້ທຶນການສຶກສາແກ່ ພົນລະເມືອງລາວ ໄປສຶກສາຕໍ່ທີ່ ຜູ້ທີ່ມີຄວາມສົນໃຈທຶນການສຶກສາຕໍ່ ຈໍານວນ 100 ທຶນ ຫຼັກສູດການຮຽນເປັນພາສາຫວຽດ ຊຶ່ງມີ 3 ລະດັບຄື: ປະລິນຍາຕີ, ໂທ ແລະ ເອກ. ເຊິ່ງມີ 7 ສາຂາວິຊາຮຽນຄື:
1) ບໍລິຫານທຸລະກິດ;
2) ການບັນຊີ;
3) ການເງິນ-ການທະນາຄານ;
4) ເຕັກໂນໂລຊີຂໍ້ມູນຂ່າວສານ;
5) ວິສະວະກໍາກົນຈັກ;
6) ວິສະວະກໍາລົດຍົນ;
7) ວິສະວະກໍາໄຟຟ້າເອເລັກໂຕນິກ.
I. ນະໂຍບາຍທີ່ຈະໄດ້ຮັບມີ:
ຄ່າຮຽນ, ທີ່ພັກ, ເບ້ຍລ້ຽງປະຈໍາເດືອນ (ໃນໄລຍະເຂົ້າສາຍຮຽນ);
ຜູ້ທີ່ບໍ່ທັນມີພື້ນຖານພາສາຫວຽດຈະໄດ້ກຽມພາສາ 01 ປີ (ມະຫາວິທະຍາໄລຍົກເວັ້ນຄ່າຮຽນ ແລະ ທີ່ພັກ ຈະບໍ່ ໄດ້ເບ້ຍລ້ຽງ ຖ້າລະດັບພາສາຜ່ານຕາມມາດຕະຖານຂອງມະຫາວິທະຍາໄລແລ້ວຈຶ່ງໄດ້ເຂົ້າສາຍຮຽນວິຊາ ສະເພາະ);
II. ເງື່ອນໄຂຜູ້ສະຫມັກ ແລະ ການປະກອບເອກະສານ
1) ຕ້ອງເປັນພົນລະເມືອງລາວ/ຖືສັນຊາດລາວ, ມີສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ; ຜູ້ສະຫມັກລະດັບປະລິນຍາຕີອາຍຸບໍ່ເກິນ 35ປີ, ປະລິນຍາໂທບໍ່ເກີນ 40ປີ ແລະ ປະລິນຍາເອກບໍ່ເກີນ 45ປີ;
2) ຜູ້ສະຫມັກປະລິນຍາຕີ ຄະແນນສະເລ່ຍ 7,00 ຂື້ນໄປ ຫຼື 70/100 (2,8) ຂື້ນໄປ;
3) ໃບປະກາສະນີຍະບັດ ແລະ ໃບຄະແນນ (ພາສາອັງກິດ);
4) ສໍາເນົາຫນັງສືຜ່ານແດນ (Passport);
5) ໃບກວດສຸຂະພາບບໍ່ເກີນ 6 ເດືອນ ເປັນພາສາອັງກິດ;
6) ຮູບ 3×4 ພື້ນສີຂາວ ຈໍານວນ 4 ໃບ (ບໍ່ເກີນ 6 ເດືອນ);
7) ຜູ້ທີ່ກໍາລັງຮຽນມັດທະຍົມຕອນປາຍປີສຸດທ້າຍ ແມ່ນໃຫ້ສໍາເນົາປຶ້ມຕິດຕາມການຮຽນຄັດຕິດມາພ້ອມ;
ສໍາລັບນັກສຶກສາປະລິນຍາຕີປີສຸດທ້າຍແມ່ນໃຫ້ເຮັດໃບຢັ້ງຢືນຄະແນນແຕ່ ປີ1 ຫາ ປີ4.
III. ວິທີສະຫມັກ
ຜູ້ທີ່ສົນໃຈສະຫມັກໃຫ້ໄປພົວພັນ ສອບຖາມຂໍ້ມູນລາຍລະອຽດ ແລະ ແບບຟອມສະຫມັກທີ່ ກົມ ກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ ເຂດສະຫນາມກິລາເຈົ້າອານຸວົງ ຫຼັງຈາກປະກອບເອກະສານຄົບຖ້ວນແລ້ວ ໃຫ້ມາສົ່ງ ທີ່ຫ້ອງ 107-108 ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ ຈົນຮອດ ວັນສຸກ ທີ 19 ມິຖຸນາ 2026 ເປັນມື້ປິດ ຮັບສະຫມັກ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດໍາເນີນການ ສະຫມັກໃຫ້ທັນເວລາດ້ວຍ
ສາມາດດາວໂຫຼດ ຈາກເວັບໄຊ້ https://www.moes.dsa.edu.la/



