ເບຍລາວ ທຸ້ມງົບກວ່າ 1ຕື້ກີບ ຮ່ວມສືບສານບຸນບັ້ງໄຟ ປີ2026 ໃນຫຼາຍທ້ອງຖິ່ນທົ່ວປະເທດ

ເມື່ອຍ່າງເຂົ້າສູ່ເດືອນຫົກລາວ ເຊິ່ງຢູ່ລະຫວ່າງ ເດືອນ ພຶດສະພາ ແລະ ຕົ້ນເດືອນມິຖຸນາ ໃນປະຕິທິນສາກົນ, ກໍເປັນສັນຍານແຫ່ງການເລີ່ມຕົ້ນຂອງ ບຸນບັ້ງໄຟ, ແມ່ນຊ່ວງເວລາທີ່ຈະຕ້ອງສະແດງຄວາມເຄົາລົບ ແລະ ຂໍຟ້າຂໍຝົນສຳລັບລະດຸການກະສິກຳ. ເຊິ່ງເປັນປະເພນີອັນສັກສິດທີ່ສືບທອດກັນມາຫຼາຍຊົ່ວອາຍຸຄົນ ແລະ ເປັນໜຶ່ງໃນຮີດສິບສອງ ຄອງສິບສີ່ຂອງລາວເຮົາ.

ບຸນບັ້ງໄຟ ບໍ່ພຽງແຕ່ແມ່ນການສະເຫຼີມສະຫຼອງເພື່ອຂໍຝົນຈາກພະຍາແຖນ ຕາມຕຳນານພື້ນເມືອງເທົ່ານັ້ນ, ແຕ່ຍັງເປັນສັນຍະລັກແຫ່ງຄວາມສາມັກຄີ ແລະ ເປັນການສືບທອດພູມປັນຍາທ້ອງຖິ່ນທີ່ມີຄຸນຄ່າ. ບໍລິສັດ ເບຍລາວ ຈຳກັດ ໃນຖານະທີ່ເປັນອົງກອນທີ່ເຕີບໃຫຍ່ຂະຫຍາຍໂຕຄຽງຄູ່ກັບສັງຄົມລາວມາຫຼາຍທົດສະວັດ, ໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງໃນການຮັກສາມໍລະດົກວັດທະນະທຳບຸນບັ້ງໄຟ ໃຫ້ຄົງຢູ່ຄູ່ກັບສັງຄົມລາວຕະຫຼອດໄປ.

ສຳລັບປີ 2026 ນີ້, ບໍລິສັດ ເບຍລາວ ຈຳກັດ ໄດ້ທຸ້ມງົບປະມານຫຼາຍກວ່າ 1 ຕື້ກີບ ເພື່ອໃຫ້ການສະໜັບສະໜູນໃຫ້ແກ່ການຈັດງານບຸນບັ້ງໄຟໃນຫຼາຍທ້ອງຖິ່ນທົ່ວປະເທດ. ການສະໜັບສະໜູນດັ່ງກ່າວ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ພາກສ່ວນກ່ຽວຂ້ອງໃນການຈັດງານໃຫ້ສຳເລັດຢ່າງຈົບງາມ, ພ້ອມທັງເປັນການຮ່ວມຍົກລະດັບງານບຸນບັ້ງໄຟນີ້ໃຫ້ມີຄວາມຍິ່ງໃຫຍ່ ແລະ ສົ່ງເສີມພາບລັກວັດທະນະທຳລາວໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງຕື່ມອີກ.

ພາບນັກທ່ອງທ່ຽວຕ່າງປະເທດພາກັນມາຮ່ວມຂະບວນແຫ່ບັ້ງໄຟ ທັງໄດ້ລົງຕົມ ຊົມຈຸດບັ້ງໄຟ ກາຍເປັນພາບສະທ້ອນ ເຖິງຄວາມເອົາໃຈໃສ່ ຂອງບໍລິສັດ ເບຍລາວ ຈຳກັດ ໃນການເປັນແຮງຂັບເຄື່ອນເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາສຳຜັດກັບວິຖີຊີວິດ ແລະ ຮີດຄອງປະເພນີອັນເປັນເອກະລັກຂອງທ້ອງຖິ່ນ ຜ່ານການສື່ສານ ທີ່ເປັນມືອາຊີບ ແລະ ການປະກອບສ່ວນທຶນຮອນທີ່ຈຳເປັນ ເພື່ອຊ່ວຍຍົກລະດັບການຈັດງານບຸນທ້ອງຖິ່ນໃຫ້ກາຍເປັນ ຈຸດໝາຍປາຍທາງໃຫ້ແກ່ນັກທ່ອງທ່ຽວ ພ້ອມທັງສ້າງລາຍຮັບໃຫ້ແກ່ຊຸມຊົນ ແລະ ສ້າງຊື່ສຽງໃຫ້ແກ່ປະເທດຊາດ.

ຫາກທ່ານຄືຜູ້ໜຶ່ງທີ່ພາດຄວາມຍິ່ງໃຫຍ່ຂອງງານບຸນບັ້ງໄຟທີ່ຜ່ານມາຂອງປີນີ້… ຍັງມີອີກບຸນບັ້ງໄຟໃຫຍ່ທີ່ເມືອງເຟືອງ ເຊິ່ງຈະໄດ້ຈັດຂຶ້ນໃນໄວໆນີ້ ຢ່າລືມມາສຳຜັດກັບຄວາມຄຶກຄື້ນ, ວິຖີຊີວິດ ແລະ ວັດທະນະທຳອັນງົດງາມທີ່ເປັນເອກະລັກຂອງຊຸມຊົນຊາວເມືອງເຟືອງນຳກັນ.

ບໍລິດສັດເບຍລາວ ໄດ້ພິສູດໃຫ້ເຫັນເຖິງຄວາມຜູກພັນອັນແໜ້ນແຟ້ນກັບສັງຄົມລາວ ບໍ່ວ່າຈະເປັນການສືບຕໍ່ສ້າງສີສັນໃຫ້ແກ່ສັງຄົມຜ່ານສຽງດົນຕີ ຫຼືແມ່ນແຕ່ການເຂົ້າເຖິງວິຖີຊີວິດຂອງຊຸມຊົນທ້ອງຖິ່ນ. ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າຜະລິດຕະພັນເຄື່ອງດື່ມທີ່ມີຄຸນນະພາບ ຂອງບໍລິສັດເບຍລາວ ສືບຕໍ່ຄອງໃຈຜູ້ບໍລິໂພກ ທັງເປັນຄວາມພາກພູມໃຈຂອງຄົນລາວ ແລະ ເປັນສັນຍະລັກແຫ່ງການສະເຫຼີມສະຫຼອງໃນທຸກງານບຸນປະເພນີ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles