ໃນສັງຄົມທຸກມື້ນີ້ ມີປະກົດການຫຍໍ້ທໍ້ເກີດຂື້ນຢ່າງຫຼວງຫຼາຍ ໃນສື່ສັງຄົມອອນລາຍໃຫ້ຄວາມສົນໃຈ ໜຶ່ງໃນນັ້ນກໍ່ຄື: ການຊື້-ຂາຍ ຫຼື ເຊົ່າບັນຊີທະນາຄານ ເຊິ່ງການຂາຍ ຫຼື ເຊົ່າບັນຊີທະນາຄານ ແມ່ນການເອົາປຶ້ມບັນຊີທະນາຄານ, ບັດATM, ເບີໂທລະສັບທີ່ເປີດບັນຊີກັບທະນາຄານ (ເພື່ອຮັບລະຫັດຢືນຢັນຕົວຕົນ) ແລະ ລະຫັດເຂົ້າແອັບທະນາຄານ ໄປຂາຍ ຫຼື ໃຫ້ເຊົ່າເພື່ອໃຫ້ຄົນທີ່ຊື້ໄປນຳໃຊ້ໃນການຮັບ ຫຼື ໂອນເງິນ ໂດຍທີ່ເຈົ້າຂອງບັນຊີແມ່ນບໍ່ໄດ້ເປັນຄົນນຳໃຊ້ເອງ ການກະທຳແບບນີ້ຖືວ່າ “ຜິດກົດໝາຍ” ເພາະບັນຊີດັ່ງກ່າວອາດຖືກນຳໄປໃຊ້ໃນການກະທຳຜິດເຊັ່ນ: ການຫຼອກລວງຄົນອື່ນໃຫ້ໂອນເງິນເຂົ້າ, ຮັບເງິນຈາກອາຊະຍາກຳທາງໄຊເບີ້ ຫຼື ຟອກເງິນ ທີ່ໄດ້ມາຈາກການກະທຳຜິດ
ຕົວຢ່າງ:
1) ຄົນບໍ່ດີປະກາດຮັບຊື້ ຫຼື ຢາກເຊົ່າບັນຊີ ທະນາຄານ ທາງອອນລາຍ (ປະກົດເຫັນສ່ວນຫຼາຍແມ່ນກຸ່ມໃນເຟສບຸກ) ເມື່ອເຈົ້າຂອງບັນຊີເຫັນໂພສຈຶ່ງໄດ້ຕົກລົງຂາຍ ຫຼື ໃຫ້ເຊົ່າບັນຊີ ເຊິ່ງການຕົກລົງແມ່ນຈະໄດ້ນຳເອົາປຶ້ມບັນຊີທະນາຄານ, ບັດ ATM ພ້ອມລະຫັດ, ລະຫັດເຂົ້າແອັບທະນາຄານ ແລະ ເບີໂທລະສັບ ໄປໃຫ້ບຸກຄົນທີ່ປະກາດຮັບຊື້ ຫຼື ເຊົ່າບັນຊີ.
2) ເມື່ອຄົນບໍ່ດີໄດ້ຊື້ ຫຼື ເຊົ່າບັນຊີມາໄດ້ແລ້ວ ກໍ່ໄດ້ນໍາໃຊ້ບັນຊີດັ່ງກ່າວໄປຮັບເງິນ-ໂອນເງິນ ຈາກການສໍ້ໂກງທາງອອນລາຍ ຫຼື ຈາກການກະທຳຜິດຕ່າງໆ.
3) ຄົນຮ້າຍບໍ່ຕ້ອງການໃຊ້ບັນຊີຂອງຕົນເອງເພາະງ່າຍຕໍ່ການຖືກຕິດຕາມ ພວກເຂົາຈຶ່ງຊອກຫາຄົນມາຂາຍບັນຊີ ຫຼື ໃຫ້ເຊົ່າບັນຊີເພື່ອນຳໄປໃຊ້ເປັນ “ບັນຊີມ້າ” ໃນການຮັບ-ໂອນເງິນທີ່ຜິດກົດໝາຍ.
4) ເມື່ອມີຜູ້ເສຍຫາຍ ແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດ ການເຄື່ອນໄຫວຮັບເງິນ-ໂອນເງິນໃນບັນຊີດັ່ງກ່າວ ແມ່ນ ເຈົ້າຂອງບັນຊີເປັນຜູ້ນໍາຮັບຜິດຊອບ ເຊິ່ງຈະຖືກດໍາເນີນການສືບສວນ-ສອບສວນ ຕາມຂັ້ັນຕອນຂອງກົດໝາຍ.
ສິ່ງທີ່ຈະຕາມມາ:
1. ບັນຊີທະນາຄານ ດັ່ງກ່າວແມ່ນຈະຖືກອາຍັດ ເພື່ອກວດສອບຕາມຂັ້ນຕອນ.
2. ເຈົ້າຂອງບັນຊີອາດຈະຖືກກັກຕົວ ແລະ ຊົດໃຊ້ແທນຜົນເສຍຫາຍທີ່ເກີດຂື້ນທັງໝົດ.
3. ໃນກໍລະນີຫາກມີການດໍາເນີນຄະດີ ຈະຖືກຕັດສິນໂທດຕາມກົດໝາຍ ມີປະຫວັດອາຊະຍາກໍາ.
ເຖິງເຈົ້າຂອງບັນຊີຈະປະຕິເສດບໍ່ຮັບຮູ້ການເຄື່ອນໄຫວໃນບັນຊີ ຫຼື ບໍ່ແມ່ນຜູ້ເຄື່ອນໄຫວກໍ່ຕາມ ທ່ານອາດຈະກາຍເປັນຜູ້ຮ່ວມກັນກະທຳຜິດ ໄດ້ເຊັ່ນດຽວກັນ.
ສະຫຼຸບຄື: ບັນຊີທະນາຄານແມ່ນຂໍ້ມູນສ່ວນຕົວ ແລະ ສິດສ່ວນຕົວຂອງເຈົ້າຂອງ ບໍ່ແມ່ນສິນຄ້າສໍາລັບຊື້-ຂາຍ ຫຼື ໃຫ້ເຊົ່າ.
ການຂາຍ, ໃຫ້ເຊົ່າ ຫຼື ໃຫ້ຄົນອື່ນໃຊ້ບັນຊີຂອງຕົນເອງ ອາດຈະນຳພາໄປກ່ຽວພັນກັບການກໍ່ອາຊະຍາກຳ ເຊິ່ງຈະນຳຄວາມເດືອດຮ້ອນ ແລະ ສົ່ງຜົນເສຍຫາຍມາໃຫ້ຕົນເອງ ແລະ ຄົນອື່ນໄດ້ທຸກເວລາ.
ທີ່ມາ: ກົມຕຳຫຼວດເສດຖະກິດ

