ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ອອກຖະແຫຼງການ ເນື່ອງໃນໂອກາດ ວັນຕ້ານການນຳໃຊ້ແຮງງານເດັກສາກົນ (12 ມິຖຸນາ 2026)

ເນື່ອງໃນໂອກາດ ວັນຕ້ານການນຳໃຊ້ແຮງງານເດັກສາກົນ (12 ມິຖຸນາ 2026), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ອອກຖະແຫຼງການ ເພື່ອຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຮ່ວມມືກັນສະກັດກັ້ນ ແລະ ລຶບລ້າງການນຳໃຊ້ແຮງງານເດັກຢ່າງຈິງຈັງ.

ຈາກຂໍ້ມູນການສຳຫຼວດ ສະທ້ອນໃຫ້ເຫັນວ່າ​ ບັນຫາແຮງງານເດັກຍັງເປັນສິ່ງທ້າທາຍໃຫຍ່ ທັງໃນລະດັບສາກົນ ແລະ ພາຍໃນປະເທດ:

ໃນທົ່ວໂລກ (ຕາມຂໍ້ມູນ ILO ປີ 2024): ມີແຮງງານເດັກສູງເຖິງ 137.7 ລ້ານຄົນ (ກວມ 7.8% ຂອງເດັກທົ່ວໂລກ), ໃນນັ້ນເຮັດວຽກອັນຕະລາຍ 54 ລ້ານຄົນ. (ສະເພາະຂົງເຂດອາຊີ-ປາຊີຟິກ ມີແຮງງານເດັກ 27.7 ລ້ານຄົນ).

ສ່ວນຢູ່ ສປປ ລາວ (ຂໍ້ມູນສຳຫຼວດ ປີ 2022): ພົບເດັກອາຍຸ 5-17 ປີ ທີ່ເຂົ້າຂ່າຍເປັນແຮງງານເດັກ ຈຳນວນ 172,422 ຄົນ (ຫຼຸດລົງຈາກປີ 2010 ທີ່ມີ 178,014 ຄົນ ຫຼຸດລົງພຽງ 2.4%).

ການນຳໃຊ້ແຮງງານເດັກ ແລະ ການຊ່ວຍວຽກຄອບຄົວ (ຕ້ອງໄຈ້ແຍກໃຫ້ຈະແຈ້ງ) ດັ່ງນີ້:

ໃຊ້ແຮງງານເດັກ ແມ່ນ​ (ຜິດກົດໝາຍ):

ເດັກອາຍຸຕ່ຳກວ່າ 18 ປີ ທີ່ເຮັດວຽກເກີນ 8 ຊົ່ວໂມງ/ວັນ ຫຼື ເຮັດວຽກລ່ວງເວລາ.

​ເຮັດວຽກໃນຂະແໜງການທີ່ເປັນອັນຕະລາຍ ເຊັ່ນ: ກໍ່ສ້າງ, ບໍ່ແຮ່, ພົວພັນກັບສານເຄມີ, ສິ່ງມຶນເມົາ ຫຼື ການພະນັນ.

ເດັກອາຍຸຕ່ຳກວ່າ 14 ປີ ທີ່ຖືກຈ້າງງານ ຫຼື ເຮັດວຽກເຮືອນ/ຮັບໃຊ້ຄອບຄົວອື່ນ.

ການຊ່ວຍວຽກຄອບຄົວ (ອະນຸຍາດ):

ເດັກອາຍຸ 14 ປີຂຶ້ນໄປ ສາມາດເຮັດວຽກເບົາໄດ້ ຕາມຂອບເຂດທີ່ກົດໝາຍກຳນົດ.

ການຊ່ວຍວຽກເຮືອນ, ຊ່ວຍທຸລະກິດຄອບຄົວ ຫຼື ເຮັດວຽກເສີມຊົ່ວຄາວໄລຍະພັກຮຽນ ໂດຍບໍ່ກະທົບຕໍ່ການສຶກສາ, ຮ່າງກາຍ ແລະ ຈິດໃຈ ຂອງເດັກ.

ແຜນຍຸດທະສາດ ແລະ ທິດທາງໃນຕໍ່ໜ້າ:

​ແຜນສະເພາະໜ້າປີ 2026: ເລັ່ງສ້າງ ຮ່າງແຜນຍຸດທະສາດແຫ່ງຊາດ ເພື່ອລຶບລ້າງການນຳໃຊ້ແຮງງານເດັກ (2026-2040) ເພື່ອສະເໜີໃຫ້ລັດຖະບານຮັບຮອງໃນທ້າຍປີ 2026 ນີ້.

ແຜນໄລຍະ 5 ປີ (2026-2030): ເພີ່ມທະວີການສ້າງຄວາມຮັບຮູ້, ສຶກສາອົບຮົມຄອບຄົວ ແລະ ຊຸມຊົນ ໃຫ້ເຄົາລົບກົດໝາຍ ແລະ ທຳມະຊາດຂອງເດັກ.

ພັນທະສາກົນ: ສືບຕໍ່ປະຕິບັດຕາມສົນທິສັນຍາ ILO ສະບັບທີ 138 ແລະ 182 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG 8.7).

ທ່ານ ຮອງລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ຮຽກຮ້ອງມາຍັງ ພາກລັດ, ເອກະຊົນ, ອົງການຈັດຕັ້ງຕ່າງໆ ທັງພາຍໃນ – ສາກົນ, ຄອບຄົວ ແລະ ຊຸມຊົນ ຮ່ວມມືກັນຢ່າງໃກ້ຊິດ ໃນການປົກປ້ອງເດັກ, ຫຼຸດຜ່ອນການໃຊ້ແຮງງານເດັກ ແລະ ເປີດໂອກາດໃຫ້ເດັກນ້ອຍໄດ້ຮັບການສຶກສາຢ່າງເຕັມທີ່ ເພື່ອກ້າວໄປເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບຂອງຊາດໃນອະນາຄົດ. 🌟

ທີ່ມາ: ຂ່າວສານ​ ຮສສ

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles