21 ພຶດສະພາ ວັນແຫ່ງຄວາມຫຼາກຫຼາຍຂອງວັດທະນະທຳໂລກ

ອົງການ UNESCO​ ໄດ້ກຳນົດເອົາວັນທີ 21 ພຶດສະພາ ຂອງທຸກໆປີ ເປັນ​ວັນແຫ່ງຄວາມຫຼາກຫຼາຍທາງວັດທະນະທຳໂລກ​(World Day for Cultural Diversity for Dialogue and Development) ເພື່ອປູກຈິດສຳນຶກໃຫ້ມວນມະນຸດເຫັນໄດ້ເຖິງຄຸນຄ່າຂອງຄວາມແຕກຕ່າງ ແລະ ໃຊ້ວັດທະນະທຳເປັນຂົວຕໍ່ໃນການສ້າງສັນຕິພາບ 🕊️

UNESCO ລະບຸວ່າ 3 ໃນ 4 ຂອງຄວາມຂັດແຍ່ງໃນໂລກແມ່ນມີຮາກເຫງົ້າມາຈາກເລື່ອງວັດທະນະທຳ. ດັ່ງນັ້ນ, ການຮຽນຮູ້ທີ່ຈະຢູ່ຮ່ວມກັນທ່າມກາງຄວາມຫຼາກຫຼາຍ ຈຶ່ງເປັນຫົວໃຈສຳຄັນໃນການພັດທະນາເສດຖະກິດ ແລະ ສັງຄົມໃຫ້ຍືນຍົງ.

ເມື່ອຫັນມາເບິ່ງ ປະເທດລາວເຮົາ, ວັນນີ້ຖືວ່າມີຄວາມໝາຍຄວາມສຳຄັນຢ່າງຍິ່ງ. ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມບູນ ແລະ ເຕັມໄປດ້ວຍສະເໜ່ທາງດ້ານວັດທະນະທຳ ໂດຍມີ 50 ຊົນເຜົ່າ ທີ່ແບ່ງອອກເປັນ 4 ກຸ່ມພາສາ. ແຕ່ລະຊົນເຜົ່າລ້ວນແຕ່ມີຮີດຄອງປະເພນີ, ພາສາປາກເວົ້າ, ເຄື່ອງແຕ່ງກາຍ, ສິລະປະດົນຕີ ແລະ ວິຖີຊີວິດທີ່ເປັນເອກະລັກສະເພາະຕົວ

ຄວາມຫຼາກຫຼາຍນີ້ບໍ່ໄດ້ເປັນອຸປະສັກ, ແຕ່ກັບເປັນ “ຊັບສິນອັນລ້ຳຄ່າ” ທີ່ຫຼໍ່ຫຼອມໃຫ້ປະເທດລາວມີຄວາມເຂັ້ມແຂງ:

​ດ້ານການທ່ອງທ່ຽວທາງວັດທະນະທຳ: ວິຖີຊີວິດຂອງບັນດາເຜົ່າ, ງານບຸນປະເພນີ (ເຊັ່ນ: ບຸນປີໃໝ່ລາວ, ບຸນກິນຈຽງ, ບຸນເກີຣ ອື່ນໆ) ແລະ ສະຖາປັດຕະຍະກຳຕ່າງໆ ໄດ້ກາຍເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວຈາກທົ່ວໂລກ.​

ມໍລະດົກໂລກ ແລະ ມໍລະດົກນາມມະທຳ: ບໍ່​ວ່າຈະເປັນ ເມືອງຫຼວງພະບາງ, ວັດພູຈຳປາສັກ, ທົ່ງໄຫຫີນ ຊຽງຂວາງ,​ ອຸທະຍານແຫ່ງຊາດ ຫີນໜາມໜໍ່ ໄປຈົນເຖິງ ສຽງແຄນລາວ ແລະ ຜ້າໄໝລາຍນາກລາວ ທີ່ໄດ້ຮັບການຮັບຮອງຈາກ UNESCO ລ້ວນແຕ່ແມ່ນໝາກຜົນຂອງການອະນຸລັກວັດທະນະທຳອັນໂດດເດັ່ນ

ຄວາມສາມັກຄີປອງດອງ: ພາຍໃຕ້ຄຳຂວັນ “ສາມັກຄີບັນດາເຜົ່າ”, ປະຊາຊົນລາວທຸກຊົນເຜົ່າໄດ້ຢູ່ຮ່ວມກັນຢ່າງສັນຕິ, ເຖິງຈະຕ່າງຄວາມເຊື່ອ ແຕ່ກໍໃຫ້ກຽດ ແລະ ຮຽນຮູ້ເຊິ່ງກັນ​ ແລະກັນມາໂດຍຕະຫຼອດ.

ໃນຍຸກໂລກາພິວັດ, ສິ່ງທ້າທາຍຄືການເຮັດແນວໃດໃຫ້ວັດທະນະທຳດັ້ງເດີມຄົງຢູ່ ພ້ອມທັງເປີດຮັບສິ່ງໃໝ່ໆ. ລັດຖະບານລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມີຄວາມພະຍາຍາມຊຸກຍູ້ໃຫ້ຊາວໜຸ່ມຮຸ່ນໃໝ່ ຫັນມາສ້າງສັນຜົນງານໂດຍໃຊ້ (Soft Power) ເຊັ່ນ: ການອອກແບບຜ້າໄໝລາວຮ່ວມສະໄໝ, ການເຮັດຮູບເງົາ, ແລະ ການນຳສະເໜີອາຫານພື້ນເມືອງສູ່ສາກົນ

ວັນແຫ່ງຄວາມຫຼາກຫຼາຍທາງວັດທະນະທຳໂລກໃນປີນີ້ ຈຶ່ງເປັນການເຕືອນສະຕິໃຫ້ພວກເຮົາທຸກຄົນ ບໍ່ວ່າຈະຢູ່ມຸມໃດຂອງໂລກ ຫຼື ເປັນຊົນເຜົ່າໃດໃນລາວ ໃຫ້ຮ່ວມກັນ “ພາກພູມໃຈໃນຮາກເຫງົ້າ, ເປີດໃຈຮັບຄວາມຕ່າງ, ແລະ ຈັບມືກັນພັດທະນາ” ເພື່ອໃຫ້ໂລກໜ່ວຍນີ້ເປັນບ້ານທີ່ໜ້າຢູ່ ແລະ ເຕັມໄປດ້ວຍສີສັນອັນງົດງາມຕະຫຼອດໄປ

Lao Youth​ ​Radio​ ​FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles