ລາວ – ໄທ ເຊັນ MOU ຮ່ວມມືຮັກສາຄວາມປອດໄພ ການເດີນເຮືອ ແລະ ປ້ອງກັນມົນລະພິດຕາມລຳແມ່ນ້ຳຂອງ

ກົມທາງນໍ້າ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ຮ່ວມກັບ ກົມເຈົ້າທ່າ ກະຊວງຄົມມະນາຄົມ ແຫ່ງ ລາຊະອານາຈັກໄທ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍລະບຽບການຮ່ວມ ກ່ຽວກັບຄວາມປອດໄພຂອງການເດີນເຮືອ ແລະ ການປ້ອງກັນມົນລະພິດ ຕາມລຳແມ່ນໍ້າຂອງ ຂຶ້ນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງບາງກອກ.

ໃຫ້ກຽດຮ່ວມລົງນາມໃນຄັ້ງນີ້ໂດຍ ທ່ານ ຄຳຫຼ້າ ພົມມະວັນ ຫົວໜ້າກົມທາງນໍ້າ ສປປ ລາວ ແລະ ທ່ານ ກຣິດເພັດ ໄຊຊ່ວຍ ອະທິບໍດີກົມເຈົ້າທ່າ ແຫ່ງ ລາຊະອານາຈັກໄທ, ໂດຍມີຄະນະຜູ້ຕາງໜ້າຈາກຄະນະກຳມະການແມ່ນໍ້າຂອງສາກົນ (MRC) ແລະ ກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ຂອງທັງສອງປະເທດ ເຂົ້າຮ່ວມເປັນສັກຂີພິຍານ.

ການລົງນາມ MOU ໃນຄັ້ງນີ້ ຖືເປັນຂີດໝາຍຄວາມສຳຄັນ ຫຼັກໃນການຍົກລະດັບການຮ່ວມມືດ້ານຄົມມະນາຄົມທາງນໍ້າ ລະຫວ່າງ ລາວ ແລະ ໄທ ໃຫ້ສອດຄ່ອງກັບເນື້ອໃນສັນຍາແມ່ນໍ້າຂອງ ປີ 1995. ຈຸດປະສົງຫຼັກແມ່ນເພື່ອ:

​ສົ່ງເສີມເສລີພາບໃນການເດີນເຮືອ ຕາມຂອບຮ່ວມມືສາກົນ.

​ເພີ່ມທະວີຄວາມປອດໄພ ໃຫ້ແກ່ພາຫະນະທາງນໍ້າ, ຊີວິດ ແລະ ຊັບສິນ ທີ່ສັນຈອນໄປ-ມາ ຕາມແມ່ນໍ້າຂອງ.

ປ້ອງກັນ ແລະ ເຝົ້າລະວັງມົນລະພິດ ທີ່ເກີດຈາກການເດີນເຮືອ ເພື່ອອະນຸລັກລະບົບນິເວດແມ່ນໍ້າຂອງໃຫ້ມີຄວາມຍືນຍົງ.

ສະໜັບສະໜູນວິໄສທັດ ສປປ ລາວ ໃນການຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ການເປັນປະເທດເຊື່ອມໂຍງ-ເຊື່ອມຈອດ (Land-linked Country) ແລະ ເປັນສູນກາງໂລຈິສຕິກຂອງພາກພື້ນ.

ໃນໄລຍະທຳອິດ, ທັງສອງຝ່າຍໄດ້ຕົກລົງເຫັນດີບັງຄັບໃຊ້ 5 ລະບຽບການຮ່ວມ ທີ່ຜ່ານການຄົ້ນຄວ້າຮ່ວມກັນ ປະກອບມີ:

ລະບຽບການວ່າດ້ວຍການຈະລາຈອນທາງນໍ້າ.

ລະບຽບການວ່າດ້ວຍເຕັກນິກຄວາມປອດໄພຂອງເຮືອ, ອຸປະກອນ ແລະ ການກວດກາເຮືອ.

ລະບຽບການວ່າດ້ວຍການຮັບມືສຸກເສີນ ແລະ ການປະສານງານເມື່ອເກີດອຸບັດເຫດທາງນໍ້າ.

ລະບຽບການວ່າດ້ວຍການຄຸ້ມຄອງການຊອກຄົ້ນຫາ, ກູ້ໄພ, ການກອບກູ້ ແລະ ການຍ້າຍຊາກເຮືອ.

ລະບຽບການວ່າດ້ວຍການອອກໃບຢັ້ງຢືນຄວາມສາມາດຂອງລູກເຮືອ (ລາວ-ໄທ).

ແຜນການໃນຕໍ່ໜ້າ: ທັງສອງຝ່າຍຈະຮ່ວມກັນສ້າງຕັ້ງ ຄະນະກຳມະການຊີ້ນຳຮ່ວມ (Bilateral Steering Committee) ໃຫ້ສຳເລັດພາຍໃນ 6 ເດືອນ ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ພ້ອມທັງຕັ້ງເປົ້າພັດທະນາລະບຽບການເພີ່ມເຕີມອີກ 8 ສະບັບ ໃຫ້ແລ້ວສຳເລັດພາຍໃນປີ 2035.

ໃນໂອກາດການເດີນທາງໄປຄັ້ງນີ້, ຄະນະຜູ້ຕາງໜ້າຈາກ ສປປ ລາວ ຍັງໄດ້ເຂົ້າຢ້ຽມຢາມສູນຄວບຄຸມການຈະລາຈອນທາງນໍ້າ, ສູນຝຶກອົບຮົມການເດີນເຮືອ ແລະ ທ່າເຮືອທີ່ທັນສະໄໝຂອງປະເທດໄທ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງ ມາໝູນໃຊ້ເຂົ້າໃນການພັດທະນາວຽກງານທາງນໍ້າຂອງລາວໃນອະນາຄົດ.

ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles