ສູນສະຖິຕິແຫ່ງຊາດ ລາຍງານໃນວັນທີ 25 ສິງຫາ 2026 ນີ້ວ່າ: ອັດຕາເງິນເຟີ້ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2026 ເພີ່ມຂຶ້ນຈາກເດືອນທີ່ຜ່ານມາ ຢູ່ທີ່ ລະດັບ 7.7% (ເດືອນກໍລະກົດ 7.6%) ແລະ ສະເລ່ຍ 8 ເດືອນ ຕົ້ນປີ 2026 ຢູ່ໃນລະດັບ 7.9% (ສະເລ່ຍ 8 ເດືອນຕົ້ນປີ 2025 ແມ່ນ 9.4%).
ໝວດທີ່ເພີ່ມຂຶ້ນສູງກວ່າໝູ່ ສໍາລັບເດືອນສິງຫາ 2026 ແມ່ນໝວດທີ່ພັກ ອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 30.2%;
ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 12.4%;
ໝວດການສຶກສາ ເພີ່ມຂຶ້ນ 12%;
ໝວດຄົມມະນາຄົມ ແລະ ການຂົນສົ່ງເພີ່ມຂຶ້ນ 11.4%;
ໝວດ ເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 9.5%;
ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8.8%;
ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 7.4%. ສ່ວນໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 18.1%.
ສາເຫດທີ່ພາໃຫ້ອັດຕາເງິນເຟີ້ໃນເດືອນສິງຫາ 2026 ເພີ່ມຂຶ້ນຕົ້ນຕໍແມ່ນມາຈາກ ການເພີ່ມຂຶ້ນ ຂອງລາຄາ ໄຟຟ້າ ເຊິ່ງເພີ່ມຂຶ້ນ 121.2% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນ 16.9% ເມື່ອທຽບກັບ ເດືອນຜ່ານມາ;
ລາຄານໍ້າມັນເຊື້ອໄຟ ເພີ່ມຂຶ້ນ 48.8% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນ 12.7% ທຽບກັບເດືອນຜ່ານມາ.
ນອກນັ້ນ, ແມ່ນການເພີ່ມຂຶ້ນຂອງລາຄາສິນຄ້າກະສິກຳ ເປັນຕົ້ນແມ່ນ: ຜັກສົດ ເພີ່ມຂຶ້ນ 14.3%, ໝາກໄມ້ ເພີ່ມຂຶ້ນ 7.2%, ສັດປີກ ເພີ່ມຂຶ້ນ 3.7%, ລາຄາເຂົ້າສານ ເພີ່ມຂຶ້ນ 2.5%.
ທີ່ມາ: ສູນສະຖິຕິແຫ່ງຊາດ


