ວັນທີ 30 ສິງຫາ 2026 ໄດ້ມີພິທີມອບ-ຮັບໂຄງການປັບປຸງເສັ້ນທາງເທສະບານຄືນໃໝ່ ພາຍໃນຕົວເມືອງວັງວຽງ ແຂວງວຽງຈັນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ພ້ອມດ້ວຍຄະນະປະຈຳພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ເລຂາພັກເມືອງວັງວຽງ, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ (ADB), ບັນດາຫົວໜ້າກົມ-ຮອງກົມ, ບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວ ເປັນໜຶ່ງໃນ 4 ໂຄງການຍ່ອຍທີ່ດຳເນີນຢູ່ແຂວງວຽງຈັນ ພາຍໃຕ້ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ ໄລຍະ 2 ໂດຍໄດ້ຮັບການສະໜັບສະໜູນຈາກ ADB. ໂຄງການມີມູນຄ່າສັນຍາ 2,761,132.85 ໂດລາສະຫະລັດ ແລະ ໄດ້ກໍ່ສ້າງສຳເລັດ 100% ໃນວັນທີ 30 ກໍລະກົດ 2026.
ໂຄງການປັບປຸງເສັ້ນທາງ 13 ເສັ້ນ ມີຄວາມຍາວລວມ 5,445 ແມັດ ໂດຍປັບປຸງໜ້າທາງດ້ວຍການປູຢາງອັດສະຟານ ເພື່ອຍົກລະດັບຄຸນນະພາບ ແລະ ຄວາມສະດວກໃນການສັນຈອນ.
ພ້ອມກັນນີ້ ຍັງໄດ້ປັບປຸງລະບົບລະບາຍນ້ຳ ເພື່ອແກ້ໄຂບັນຫານ້ຳຂັງຕາມເສັ້ນທາງ ໂດຍກໍ່ສ້າງຮ່ອງລະບາຍນ້ຳໃໝ່ 6 ເສັ້ນທາງ ຍາວ 2,863.92 ແມັດ ແລະ ປັບປຸງຮ່ອງລະບາຍນ້ຳເກົ່າ 8 ເສັ້ນທາງ ຍາວ 7,966 ແມັດ.
ນອກຈາກນັ້ນ ຍັງໄດ້ປັບປຸງທາງຍ່າງ, ຕິດຕັ້ງຫຼັກເສົາກັ້ນທາງຍ່າງ, ປູກຕົ້ນໄມ້ ແລະ ຕິດຕັ້ງໄຟເຍືອງທາງ ເພື່ອສ້າງສະພາບເມືອງໃຫ້ມີຄວາມສວຍງາມ, ສະອາດ, ສີຂຽວ ແລະ ປອດໄພ.
ສ່ວນດ້ານການຈະລາຈອນ ໄດ້ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນຕ່າງໆ ລວມເຖິງການແຕ້ມເສັ້ນເຄື່ອງໝາຍບົນໜ້າທາງ ເພື່ອຈັດລະບຽບການສັນຈອນ ແລະ ຫຼຸດຜ່ອນຄວາມສ່ຽງອຸບັດເຫດ.
ໃນໂອກາດຮັບມອບໂຄງການ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຊົມເຊີຍຜົນສຳເລັດຂອງໂຄງການ ໂດຍເນັ້ນວ່າ ໂຄງການຈະຊ່ວຍຍົກລະດັບໂຄງລ່າງຄົມມະນາຄົມ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຂອງວັງວຽງ ໃຫ້ການເດີນທາງສະດວກ ແລະ ປອດໄພຍິ່ງຂຶ້ນ ພ້ອມທັງຊ່ວຍດຶງດູດນັກທ່ອງທ່ຽວ ແລະ ການລົງທຶນ, ສ້າງລາຍຮັບ ແລະ ວຽກເຮັດງານທຳໃຫ້ປະຊາຊົນ. ![]()
ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງເມືອງວັງວຽງ, ພະແນກການ, ພາກທຸລະກິດ ແລະ ປະຊາຊົນ ຮ່ວມກັນບົວລະບັດ ແລະ ຮັກສາເສັ້ນທາງໃຫ້ສະອາດ, ສວຍງາມ ແລະ ເປັນລະບຽບ ເພື່ອພັດທະນາວັງວຽງໃຫ້ເປັນ ເມືອງທ່ອງທ່ຽວສີຂຽວ, ສະອາດ, ສວຍງາມ, ປອດໄພ ແລະ ໜ້າຍ່າງທ່ຽວຊົມ.
ໂຄງການນີ້ຍັງຖືກຄາດຫວັງວ່າ ຈະເປັນພື້ນຖານສຳຄັນໃນການສືບຕໍ່ພັດທະນາເມືອງວັງວຽງ ຕາມແຜນແມ່ບົດພັດທະນາເມືອງວັງວຽງ 2026-2036 ໃຫ້ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຫຼາຍຂຶ້ນ.
ທີ່ມາ: KPL


