ກາເຟລາວ ສົ່ງອອກຕະຫຼາດໂລກ ກວ່າ 55ພັນໂຕ້ນ ສ້າງລາຍຮັບກວ່າ 200ລ້ານໂດລາ

ອຸດສາຫະກຳກາເຟຂອງ ສປປ ລາວ ຍັງສືບຕໍ່ສ້າງການເຕີບໂຕຢ່າງໂດດເດັ່ນ ຫຼັງຈາກຕົວເລກການສົ່ງອອກໃນປີ 2025 ບັນລຸກວ່າ 55,594 ໂຕນ ຄິດເປັນມູນຄ່າການຄ້າຫຼາຍກວ່າ 226 ລ້ານໂດລາສະຫະລັດ ພ້ອມທັງສ້າງວຽກເຮັດງານທຳ ແລະ ລາຍຮັບທີ່ໝັ້ນຄົງໃຫ້ແກ່ຊາວກະສິກອນຫຼາຍກວ່າ 25,000 ຄອບຄົວທົ່ວປະເທດ.

ຂໍ້ມູນດັ່ງກ່າວ ຖືກເປີດເຜີຍໂດຍ ທ່ານ ວິທູນ ສິດທິມໍລະດາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ໃນພິທີມອບລາງວັນການປະກວດກາເຟໝາກຊ້ອມລາວ ປະຈຳປີ 2026 ທີ່ຈັດຂຶ້ນຢູ່ ສູນການຄ້າວຽງຈັນເຊັນເຕີ້ ເມື່ອບໍ່ດົນຜ່ານມາ.

ທ່ານ ວິທູນ ກ່າວວ່າ ຜົນສຳເລັດດັ່ງກ່າວ ບໍ່ໄດ້ສະທ້ອນພຽງແຕ່ການເຕີບໂຕທາງເສດຖະກິດ ແຕ່ຍັງຢືນຢັນເຖິງຄຸນນະພາບ ແລະ ສັກຍະພາບຂອງ “ກາເຟລາວ” ທີ່ກຳລັງໄດ້ຮັບການຍອມຮັບໃນຕະຫຼາດສາກົນຫຼາຍຂຶ້ນ. ພ້ອມກັນນັ້ນ ກາເຟລາວຍັງເປັນພືດເສດຖະກິດສຳຄັນ ທີ່ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍແຂວງທົ່ວປະເທດ.

ຜົນງານທີ່ບັນລຸໄດ້ ເກີດຈາກການພັດທະນາຕ່ອງໂສ້ການຜະລິດກາເຟຢ່າງຕໍ່ເນື່ອງ ຕັ້ງແຕ່ຂັ້ນຕອນການປູກ, ການດູແລ, ການເກັບກ່ຽວ ຈົນເຖິງຂັ້ນຕອນການປຸງແຕ່ງທີ່ໄດ້ມາດຕະຖານສາກົນ ເຮັດໃຫ້ກາເຟລາວສາມາດແຂ່ງຂັນໃນຕະຫຼາດໂລກໄດ້ຢ່າງເຂັ້ມແຂງ.

ນອກຈາກນີ້ ການປະກວດກາເຟໝາກຊ້ອມລາວ ຍັງເປັນເວທີສຳຄັນໃນການຜັກດັນໃຫ້ຜູ້ປະກອບການ ແລະ ຊາວກະສິກອນ ພັດທະນາຄຸນນະພາບກາເຟໃຫ້ກ້າວສູ່ມາດຕະຖານ Specialty Coffee ຫຼາຍຂຶ້ນ ເພື່ອເພີ່ມມູນຄ່າສິນຄ້າ, ຂະຫຍາຍຕະຫຼາດສົ່ງອອກ ແລະ ສ້າງຊື່ສຽງໃຫ້ “ກາເຟລາວ” ເປັນທີ່ຮູ້ຈັກໃນລະດັບນານາຊາດ ☕🌏.

ຂໍ້ມູນຈາກ: ສູນຂ່າວຊາວພາກໃຕ້

Lao Youth Radio

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles