ໃນໄລຍະວັນທີ 28 ກໍລະກົດ ຫາ 3 ສິງຫາ 2026 ທີ່ຜ່ານມາ, ກຳລັງວິຊາສະເພາະ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ລົງກວດກາ ແລະ ເກັບກຳຂໍ້ມູນບັນດາຈຸດເປົ້າໝາຍ ທີ່ມີການຕິດຕັ້ງເຄື່ອງຂຸດເງິນດິຈິຕອນ (Bitcoin) ຂອງກຸ່ມ ທ້າວ ງຽນ ວຽດ ຮ່ວາງ ທີ່ເຄື່ອນໄຫວຢູ່ໃນບາງເມືອງຂອງແຂວງອັດຕະປື.
ຈາກການກວດກາຕົວຈິງ ພົບວ່າໃນວັນທີ 28 ກໍລະກົດ 2026 ມີການຕິດຕັ້ງເຄື່ອງຂຸດ Bitcoin ສຳເລັດແລ້ວ 4 ຈຸດ ໃນ 2 ເມືອງ ລວມທັງໝົດ 38 ໝ່ວຍ ປະກອບມີ:
ເມືອງສາມັກຄີໄຊ: ບ້ານວັດຫຼວງ 12 ໝ່ວຍ.
ເມືອງໄຊເສດຖາ: ບ້ານພອກໃຕ້ 9 ໝ່ວຍ, ບ້ານຄັນໝາກກ່ອງ 8 ໝ່ວຍ ແລະ ບ້ານທາດພະໄຊ 9 ໝ່ວຍ.
ຕໍ່ມາ ໃນວັນທີ 3 ສິງຫາ 2026 ເຈົ້າໜ້າທີ່ໄດ້ຂະຫຍາຍຜົນກວດກາອີກ 4 ຈຸດເປົ້າໝາຍ ໂດຍພົບວ່າ:
ບ້ານເຊໃຫຍ່ (ເມືອງສາມັກຄີໄຊ) ພົບເຄື່ອງຂຸດ Bitcoin 5 ໝ່ວຍ ແຕ່ຍັງບໍ່ທັນຕິດຕັ້ງ.
ໂຮງງານດອກຈຳປາຄຳ (ເມືອງໄຊເສດຖາ) ພົບຮ່ອງຮອຍການຕິດຕັ້ງ ແຕ່ອຸປະກອນຖືກຮື້ຖອນ ແລະ ຍົກຍ້າຍອອກແລ້ວ.
ໂຮງງານໂຊກໄຊ ບ້ານອຸດົມສຸກ ພົບການເຊົ່າສະຖານທີ່ ແຕ່ຍັງບໍ່ພົບການຕິດຕັ້ງອຸປະກອນ.
ບ້ານຫ້ວຍກຽງ (ເມືອງພູວົງ) ບໍ່ພົບອຸປະກອນ ຫຼື ເຄື່ອງຂຸດ Bitcoin ໃນພື້ນທີ່.
ປັດຈຸບັນ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຂຶ້ນບັນຊີເກັບກຳຂໍ້ມູນຢ່າງລະອຽດ ເພື່ອສືບຕໍ່ກວດກາ, ຕິດຕາມ ແລະ ດຳເນີນການຕາມລະບຽບກົດໝາຍ ແລະ ຫຼັກການວິຊາສະເພາະຢ່າງເຂັ້ມງວດ.
ພ້ອມກັນນີ້ ປກສ ແຂວງອັດຕະປື ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນ, ອຳນາດການປົກຄອງບ້ານ ແລະ ທຸກພາກສ່ວນ ຮ່ວມເປັນຫູເປັນຕາ ແລະ ຫາກພົບເຫັນການເຄື່ອນໄຫວຜິດປົກກະຕິ ຫຼື ການຕິດຕັ້ງອຸປະກອນຂຸດເງິນດິຈິຕອນ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ທັນທີ ເພື່ອໃຫ້ສາມາດກວດກາ ແລະ ດຳເນີນການຕາມກົດໝາຍໄດ້ຢ່າງທັນເວລາ.
ທີ່ມາ: ກອງບັນຊາການ ປກສ ແຂວງອັດຕະປື


