ຄວາມແຕກຕ່າງລະຫວ່າງ ເອດສ໌ (AIDS) ກັບ HIV

ຫຼາຍຄົນຍັງສັບສົນ ແລະ ໃຊ້ສອງຄຳນີ້ແທນກັນ, ທັງໆທີ່ໃນທາງການແພດແລ້ວ “ການຕິດເຊື້ອ HIV” ແລະ “ຜູ້ປ່ວຍເອດສ໌” ມີຄວາມໝາຍທີ່ແຕກຕ່າງກັນຢ່າງສິ້ນເຊີງ ມາທຳຄວາມເຂົ້າໃຈຄວາມຈິງ ເພື່ອຢຸດຄວາມເຂົ້າໃຈຜິດ ແລະ ຮ່ວມກັນສົ່ງຕໍ່ຂໍ້ມູນທີ່ຖືກຕ້ອງໄປນຳກັນ.

HIV (ເອສໄອວີ)

• ຍໍ້ມາຈາກ: Human Immunodeficiency Virus

• ເປັນໄວຣັສທີ່ທຳລາຍລະບົບພູມຄຸ້ມກັນຂອງຮ່າງກາຍ

• ຕິດຕໍ່ທາງການມີເພດສຳພັນ, ເລືອດ ແລະ ຈາກແມ່ສູ່ລູກ

• ເມື່ອຮັບເຊື້ອ HIV ຈະບໍ່ສະແດງອາການທັນທີ

AIDS (ເອດສ໌)

• ຍໍ້ມາຈາກ: Acquired Immunodeficiency Syndrome

• ເປັນໄລຍະສຸດທ້າຍຂອງການຕິດເຊື້ອ HIV

• ຮ່າງກາຍອ່ອນແອຫຼາຍ, ສ່ຽງຕໍ່ການຕິດເຊື້ອສວຍໂອກາດ (ເຊື້ອແຊກຊ້ອນ) ເຊັ່ນ: ວັນນະໂລກ, ປອດບວມ/ປອດອັກເສບ

• ຖ້າໄດ້ຮັບການປິ່ນປົວຢ່າງຕໍ່ເນື່ອງ ສາມາດປ້ອງກັນບໍ່ໃຫ້ກ້າວເຂົ້າສູ່ໄລຍະ AIDS ໄດ້

ວິທີການປ້ອງກັນ

• ໃຊ້ຖົງຍາງອະນາໄມທຸກຄັ້ງທີ່ມີເພດສຳພັນ

• ບໍ່ໃຊ້ເຂັມສັກຢາຮ່ວມກັບຜູ້ອື່ນ

• ກວດຫາເຊື້ອຢູ່ສະເໝີ ໂດຍສະເພາະຜູ້ທີ່ມີຄວາມສ່ຽງ

ທີ່ມາ: TNN Health

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles