ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສືບຕໍ່ປັບປຸງສະໜາມບິນສາກົນວັດໄຕ ມູນຄ່າ 3,863 ລ້ານເຢນ

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສຳລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອປັບປຸງ ສະໜາມບິນສາກົນວັດໄຕ ດ້ວຍວົງເງິນລວມ 3,863,000,000 ເຢນ ຫຼື ປະມານ 26,5 ລ້ານໂດລາສະຫະລັດ.

ຝ່າຍລາວ ໃຫ້ກຽດລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະລາຊະທູດຍີ່ປຸ່ນປະຈຳ ສປປ ລາວ ໂດຍມີຜູ້ແທນຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ການລົງນາມສະບັບປັບປຸງໃນຄັ້ງນີ້ ເປັນການສືບຕໍ່ຈາກຂໍ້ຕົກລົງເດີມໃນປີ 2024 ໂດຍໄດ້ປັບເພີ່ມວົງເງິນຊ່ວຍເຫຼືອຈາກ 2,836,000,000 ເຢນ ເປັນ 3,863,000,000 ເຢນ ຫຼື ເພີ່ມຂຶ້ນ 1,027,000,000 ເຢນ ເພື່ອຮອງຮັບການດຳເນີນໂຄງການໃຫ້ຕໍ່ເນື່ອງ ແລະ ສຳເລັດຕາມເປົ້າໝາຍ ຈາກການເພີ່ມຂຶ້ນຂອງລາຄາຈັດຊື້-ຈັດຈ້າງ, ຜົນກະທົບຈາກເງິນເຟີ້ ແລະ ປັດໄຈອື່ນໆ.

ໃນໂອກາດດັ່ງກ່າວ ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ຕາງໜ້າລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ສືບຕໍ່ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະການພັດທະນາໂຄງສ້າງພື້ນຖານ ແລະ ຂະແໜງການຄົມມະນາຄົມຂົນສົ່ງທາງອາກາດ. ພ້ອມກັນນີ້ ຍັງຢືນຢັນວ່າ ລັດຖະບານລາວ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ພ້ອມທັງຫວັງວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນອະນາຄົດ.

ນອກຈາກນັ້ນ ທ່ານ ອານຸພາບ ວົງໜໍ່ແກ້ວ ຍັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໂດຍສະເພາະຄອບຄົວຜູ້ທີ່ປະສົບໄພຈາກເຫດການແຜ່ນດິນໄຫວຮຸນແຮງ ຢູ່ແຂວງ ຄຸມະໂມໂຕ ໃນວັນທີ 28 ກໍລະກົດ 2026.

ຂະນະທີ່ ທ່ານ ໂຄອິຊຸມິ ຊຶໂຕະມຸ ໄດ້ຢືນຢັນວ່າ ຍີ່ປຸ່ນຈະສືບຕໍ່ຮ່ວມມືກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ພັດທະນາແໜ້ນແຟ້ນຍິ່ງຂຶ້ນ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນຂອງທັງສອງປະເທດ.

ທີ່ມາ: LNR

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles