ແຈ້ງເຕືອນດ່ວນ! ເຂື່ອນໄຟຟ້າ ເຊລະນອງ 1 ກຽມປ່ອຍນ້ຳຜ່ານປະຕູລ້ຳລົ້ນ ເລີ່ມ 11 ສິງຫາ 2026 ເຕືອນປະຊາຊົນເຂດລຸ່ມນ້ຳເຝົ້າລະວັງ

ບໍລິສັດ ເຂື່ອນໄຟຟ້າ ເຊລະນອງ 1 ຈຳກັດ ໄດ້ອອກໜັງສືແຈ້ງການດ່ວນ ເລກທີ 034/ຊລນ1, ລົງວັນທີ 8 ສິງຫາ 2026 ເຖິງບັນດາຂະແໜງການກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອແຈ້ງເຕືອນກ່ຽວກັບແຜນການປ່ອຍນ້ຳຜ່ານປະຕູລ້ຳລົ້ນ ອັນເນື່ອງມາຈາກແນວໂນ້ມຝົນຕົກໜັກ ແລະ ປະລິມານນ້ຳໄຫຼເຂົ້າອ່າງທີ່ອາດເພີ່ມສູງ.

ການປ່ອຍນ້ຳມີຈຸດປະສົງສຳຄັນເພື່ອ ຄວາມປອດໄພຂອງໂຄງສ້າງເຂື່ອນ ພ້ອມທັງຫຼຸດຄວາມສ່ຽງຈາກການທີ່ລະດັບນ້ຳໃນອ່າງອາດເພີ່ມສູງຂຶ້ນຈາກຝົນຕົກຫຼາຍໃນເຂດອ່າງຮັບນ້ຳ.

ຄາດການຝົນຕົກໜັກ ລະຫວ່າງ 9-12 ສິງຫາ

ຕາມຂໍ້ມູນພະຍາກອນອາກາດ ECMWF ຈາກແພລັດຟອມ Windy.com ທີ່ລະບຸໃນໜັງສືແຈ້ງການ ຄາດວ່າ ໃນລະຫວ່າງວັນທີ 9-12 ສິງຫາ 2026 ຈະມີຝົນຕົກໜັກຕໍ່ເນື່ອງໃນບໍລິເວນອ່າງຮັບນ້ຳຂອງເຂື່ອນ.

ບາງພື້ນທີ່ຄາດວ່າຈະມີປະລິມານຝົນສະສົມສູງເຖິງ 170 ມິນລິແມັດ (mm) ຫຼື ສູງກວ່າ. ຖ້າສະພາບຝົນເປັນໄປຕາມການຄາດການ ປະລິມານນ້ຳໄຫຼເຂົ້າອ່າງອາດເພີ່ມຂຶ້ນຢ່າງໄວວາ ຈາກປະມານ 650 ແມັດກ້ອນ/ວິນາທີ ໄປເຖິງປະມານ 4,000 ແມັດກ້ອນ/ວິນາທີ.

ຈາກການຄາດຄະເນດັ່ງກ່າວ ລະດັບນ້ຳໃນອ່າງເກັບນ້ຳອາດເພີ່ມຂຶ້ນເຖິງ EL.215.00 ແມັດ, ເຊິ່ງເປັນລະດັບນ້ຳເກັບກັກປົກກະຕິ.

ເລີ່ມປ່ອຍນ້ຳ 11 ສິງຫາ ຄາດປ່ອຍສູງສຸດ 2,500 ແມັດກ້ອນ/ວິນາທີ

ບໍລິສັດ ເຂື່ອນໄຟຟ້າ ເຊລະນອງ 1 ຈຳກັດ ລະບຸວ່າ ແຜນການປ່ອຍນ້ຳຜ່ານປະຕູລ້ຳລົ້ນຈະເລີ່ມດຳເນີນການ ຕັ້ງແຕ່ວັນທີ 11 ສິງຫາ 2026 ເປັນຕົ້ນໄປ.

ປະລິມານນ້ຳທີ່ປ່ອຍອອກສູງສຸດ ຄາດວ່າຈະຢູ່ທີ່ 2,500 ແມັດກ້ອນ/ວິນາທີ ແລະ ລະດັບນ້ຳບໍລິເວນທ້າຍເຂື່ອນອາດເພີ່ມຂຶ້ນເຖິງ EL.170.00 ແມັດ.

ດັ່ງນັ້ນ ປະຊາຊົນທີ່ອາໄສຢູ່ຕາມເຂດລຸ່ມນ້ຳຂອງເຂື່ອນ ຈຶ່ງຄວນເພີ່ມຄວາມລະມັດລະວັງ ແລະ ຕິດຕາມການແຈ້ງເຕືອນຈາກທາງການຢ່າງໃກ້ຊິດ.

ເຕືອນຫ້າມເຂົ້າໃກ້ແຄມນ້ຳເຊລະນອງ

ເພື່ອຫຼີກລ້ຽງອັນຕະລາຍຈາກການເພີ່ມຂຶ້ນຂອງລະດັບນ້ຳ ແລະ ກະແສນ້ຳທີ່ອາດໄຫຼແຮງຂຶ້ນ ບໍລິສັດໄດ້ເຕືອນປະຊາຊົນວ່າ:

ຫ້າມເຂົ້າໃກ້ແຄມແມ່ນ້ຳເຊລະນອງ

ຫ້າມລົງໄປເຮັດວຽກຕາມແມ່ນ້ຳ

ຫ້າມຫາປາ ຫຼື ເຮັດກິດຈະກຳທຸກຮູບແບບໃນແມ່ນ້ຳ ໃນໄລຍະທີ່ມີການປ່ອຍນ້ຳ ແລະ ຊ່ວງລະດູຝົນ.

ສຳລັບຄອບຄົວທີ່ຢູ່ໃນ ເຂດຕ່ຳ ຫຼື ເຂດສ່ຽງຕາມລຸ່ມນ້ຳ ຄວນເກັບມ້ຽນຊັບສິນ ເຄື່ອງໃຊ້ ແລະ ເອກະສານສຳຄັນໄວ້ໃນບ່ອນສູງ ພ້ອມກຽມແຜນການຍົກຍ້າຍໄປບ່ອນປອດໄພລ່ວງໜ້າ ຫາກມີຄຳແຈ້ງເຕືອນຈາກອຳນາດການ.

ເຂື່ອນຕິດຕາມຝົນ-ນ້ຳ ແລະ ພ້ອມປັບແຜນການປ່ອຍ

ບໍລິສັດ ເຂື່ອນໄຟຟ້າ ເຊລະນອງ 1 ຈຳກັດ ລະບຸວ່າ ຈະຕິດຕາມສະພາບອາກາດ, ປະລິມານຝົນ, ປະລິມານນ້ຳໄຫຼເຂົ້າອ່າງ ແລະ ລະດັບນ້ຳຢ່າງໃກ້ຊິດ.

ພ້ອມທັງຈະປັບປ່ຽນແຜນການປ່ອຍນ້ຳໃຫ້ເໝາະສົມກັບສະພາບຕົວຈິງ ແລະ ຈະແຈ້ງຂໍ້ມູນໃຫ້ອຳນາດການປົກຄອງຊາບຢ່າງທັນທ່ວງທີ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດ, ຊັບສິນ ແລະ ພື້ນທີ່ລຸ່ມນ້ຳໃຫ້ໄດ້ຫຼາຍທີ່ສຸດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles