ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງ ພະນັກງານ, ລັດຖະກອນ, ພໍ່ແມ່, ນັກຮຽນ ນັກສຶກສາ ແລະ ປວງຊົນ ຊາບວ່າ: Chulabhorn Graduate Institute (CGI) ປະເທດ ໄທ ສະເໜີໃຫ້ທຶນການສຶກສາ ໃຫ້ແກ່ ສປປ ລາວ ປະຈຳສົກປີ 2026-2027 ໃນລະດັບປະລິນຍາໂທ ມີ 03 ສາຂາວິຊາຮຽນຄື:
1. Applied Biological Sciences: Environment Health
2. Environmental Toxicology
3. Chemical Sciences
ເປີດສະໝັກຮັບຜູ້ທີ່ ມີຈຸດປະສົງຢາກໄປສຶກສາຕໍ່ທີ່ປະເທດດັ່ງກ່າວ, ພາຍໃຕ້ທຶນການສຶກສາຂອງ Chulabhorn Graduate Institute (CGI) ປະເທດ ໄທ, ການສະໝັກຜ່ານລະບົບອອນລາຍ.
1. ເງື່ອນໄຂຂອງຜູ້ສະໝັກ:
– ຕ້ອງເປັນພົນລະເມືອງລາວ, ຖືສັນຊາດລາວ;
– ສຸຂະພາບແຂງແຮງດີ;
– ສໍາເນົາ Passport;
– ຕ້ອງມີໃບປະກາສະນິຍະບັດ ຈົບປະລິນຍາຕີ ໂດຍມີຄະແນນສະເລ່ຍ (GPA) 2,75 ຂື້ນໄປ;
ຜູ້ສະໝັກລະດັບປະລິນຍາໂທ ອາຍຸບໍ່ເກີນ 30 ປີ;
– ຜູ້ສະໝັກຕ້ອງຮຽນຈົບປະລິນຍາຕີໃນສາຂາວິຊາຮຽນຄື:
1. Sciences: Chemistry, Biology, Biological
ວິທະຍາສາດ, ຊີວະວິທະຍາໂມເລກຸນ, ວິທະຍາສາດສິ່ງແວດລ້ອມ.
2. ວິທະຍາສາດການແພດ: ການແພດ, ເຕັກໂນໂລຊີການແພດ 3. ວິທະຍາສາດການຢາ ຫຼື ການຢາ.
– ໃຫ້ຂຽນແຜນການຮຽນຄັດຕິດມາພ້ອມ;
– ມີຄວາມຮູ້ພາສາອັງກິດໃນລະດັບດີ;
II. ນະໂຍບາຍທີ່ຈະໄດ້ຮັບ:
ຄ່າຮຽນ, ທີ່ພັກ, ເບ້ຍລ້ຽງ ປະຈໍາເດືອນ, ຄ່າຕຳລາຮຽນ, ຄ່າຂຽນບົດວິທະຍານິພົນ, ປະກັນສຸຂະພາບ, ຄ່າເດີນທາງ ໄປ-ກັບ ລະຫວ່າງປະເທດ ແລະ ວີຊາ.
III. ວິທີສະໝັກ:
ສໍາລັບສາຂາວິຊາຮຽນ ແລະ ຂໍ້ມູນລາຍລະອຽດຜູ້ສົນໃຈສະໝັກເຂົ້າເບີ່ງທີ່ເວັບໄຊ admission
ເປີດຮັບສະໝັກແຕ່ວັນທີ 15 ພຶດສະພາ 2026 ເປັນຕົ້ນໄປຈົນຮອດວັນທີ 31 ສິງຫາ 2026 ເປັນມື້ປິດຮັບສະໝັກ.
ພາຍຫຼັງສະໝັກອອນລາຍສໍາເລັດແລ້ວໃຫ້ນໍາສົ່ງສໍາເນົາເອກະສານ 01 ຊຸດ, ມາຍັງກົມກິດຈະການນັກສຶກສາ, ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108) ຕາມໂມງລັດຖະການ ກ່ອນວັນສຸກ ວັນທີ 04 ກັນຍາ 2026.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດຳເນີນການສະໝັກໃຫ້ທັນເວລາດ້ວຍ.


