ໃນການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຂອງ ທ່ານ ໂດນັນ ທຣຳ ປະທານາທິບໍດີສະຫະລັດ ອາເມຣິກາ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຮ່ວມຫາລືກັນຄັ້ງສຳຄັນ ໂດຍທັງສອງຝ່າຍເຫັນດີເປັນເອກະພາບວ່າ “ສາຍພົວພັນລະຫວ່າງ ຈີນ ແລະ ສະຫະລັດ ແມ່ນສາຍພົວພັນທະວິພາຄີທີ່ສຳຄັນທີ່ສຸດໃນໂລກ” ແລະ ຈຳເປັນຕ້ອງຮັກສາໄວ້ໃຫ້ດີທີ່ສຸດເພື່ອຜົນປະໂຫຍດຂອງມວນມະນຸດ.
ທັງສອງມຸ່ງເນັ້ນສ້າງສາຍພົວພັນແບບສ້າງສັນ ເພື່ອຊຸກຍູ້ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃຫ້ແກ່ໂລກ.
ທ່ານ ສີ ຈິ້ນຜິງ ຄາດຫວັງໃຫ້ປີ 2026 ເປັນຈຸດເລີ່ມຕົ້ນຂອງ “ບົດບາດໃໝ່” ທີ່ຈະເຮັດໃຫ້ສາຍພົວພັນຂອງສອງມະຫາອຳນາດແໜ້ນແຟ້ນກວ່າເກົ່າ.
ຈີນຢືນຢັນຈະເປີດກວ້າງການຄ້າ ແລະ ການລົງທຶນ, ພ້ອມທັງຊົມເຊີຍບົດບາດຂອງບໍລິສັດອາເມຣິກາ ທີ່ມີສ່ວນຮ່ວມໃນການພັດທະນາເສດຖະກິດຈີນຕະຫຼອດໄລຍະຜ່ານມາ.
ຈຸດເດັ່ນຂອງການຫາລືໃນຄັ້ງນີ້ຄື ການທີ່ຈີນຕົກລົງສັ່ງຊື້ເຮືອບິນ Boeing ຈາກສະຫະລັດ ຈຳນວນ 200 ລຳ (ເຊິ່ງສູງກວ່າທີ່ສະຫະລັດຄາດການໄວ້ 150 ລຳ).
ການສັ່ງຊື້ຄັ້ງນີ້ຈະຊ່ວຍສ້າງວຽກເຮັດງານທຳຈຳນວນມະຫາສານໃນສະຫະລັດ.
ທ່ານ ໂດນັນ ທຣຳ ໄດ້ກ່າວຂອບໃຈຕໍ່ການຕ້ອນຮັບທີ່ອົບອຸ່ນ ແລະ ເນັ້ນໜັກວ່າ ປະຊາຊົນທັງສອງຊາດຕ່າງກໍມີຄວາມເຄົາລົບນັບຖື ແລະ ມີມິດຕະພາບທີ່ຍາວນານຕໍ່ກັນ.
ການພົບປະຄັ້ງນີ້ຖືເປັນສັນຍານບວກທີ່ຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ເປີດໂອກາດໃໝ່ໆ ໃນການຮ່ວມມືດ້ານເສດຖະກິດ-ການເມືອງລະດັບໂລກ.
ທີ່ມາ: Reuters


