ອົງການອາຫານໂລກ ມອບເງິນກວ່າ 2 ຕື້ກີບ ຊ່ວຍສົ່ງເສີມຜະລິດກະສິກຳໃຫ້ແມ່ຍິງ 2ຕົວເມືອງ ແຂວງຫົວພັນ

ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຮ່ວມກັບ ອົງການອາຫານໂລກປະຈໍາ ສປປ ລາວ ຫຼື WFP ໄດ້ມອບເງິນຊ່ວຍເຫຼືອເພື່ອສົ່ງເສີມຜະລິດກະສິກຳໃຫ້ແກ່ແມ່ຍິງຊາວກະສິກອນຂະໜາດນ້ອຍເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ຢູ່ແຂວງຫົວພັນ.

ພິທີມອບ-ຮັບ ເງິນສະໜັບສະໜູນດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ແຂວງຫົວພັນ ມອບໂດຍ ທ່ານ ມາກ-ອັງເດຣ ໂປສ ຜູ້ອໍານວຍການອົງການອາຫານໂລກປະຈຳ ສປປ ລາວ ຮັບໂດຍ ທ່ານ ບຸນວິໄຊ ກົງປາຣີ ຮອງປະທານຄະນະກຳມະການປົກຄອງແຂວງ ຫົວພັນ ໂດຍມີ ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການມອບ-ຮັບທຶນໃນຄັ້ງນີ້ແມ່ນເພື່ອກະຕຸ້ນການຜະລິດກະສິກຳ ໃຫ້ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ພາຍໃຕ້ໂຄງການສົ່ງເສີມການຜະລິດກະສິກຳໃຫ້ແກ່ແມ່ຍິງເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (WSAAP ) ຈຳນວນ 2,512,500,000 ກີບ, ໂຄງການຮ່ວມມືຈັດຕັ້ງປະຕິບັດລະຫວ່າງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍກົມສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ອົງການອາຫານໂລກ.

ຈຸດປະສົງແມ່ນເພື່ອຍົກສູງຄວາມສາມາດໃນການຄ້ໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການຂອງກຸ່ມແມ່ຍິງທີ່ມີຄວາມບອບບາງ ໃຫ້ມີຄວາມທົນທານຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ໂດຍເນັ້ນໃສ່ບັນດາບ້ານເປົ້າໝາຍທີ່ມີຄວາມສ່ຽງຕໍ່ໄພພິບັດ, ການສະຫນັບສະຫນູນເງິນໃນຄັ້ງນີ້ແມ່ນໄດ້ມອບໃຫ້ແມ່ຍິງຊາວກະສິກອນ ຈຳນວນ 1,005 ຄົວເຮືອນ ໃນ 23 ບ້ານ ຢູ່ເມືອງຊໍາໃຕ້ ແລະ ເມືອງຊ່ອນ ແຂວງຫົວພັນ, ຄົວເຮືອນລະ 2,500,000 ກີບ ເພື່ອນຳໄປບໍລິຫານແຜນທຸກລະກິດຄົວເຮືອນ ເປັນຕົ້ນການລ້ຽງສັດປີກ, ການປູກພືດສວນຄົວ, ປູກສາລີ, ປູກກາເຟ, ລ້ຽງສັດ, ເຕັກນິກກະສິກຳ ທີ່ທົນທານຕໍ່ສະພາບອາກາດ ແລະ ຝຶກອົບຮົມໃຫ້ແມ່ຍິງການຈັດການຄວາມສ່ຽງ, ຮັບປະກັນໃຫ້ຄອບຄົວຈະມີອາຫານພໍສຳລັບການບໍລິໂພກ, ມີລາຍຮັບໝັ້ນຄົງ ແລະ ຟື້ນຕົວໄດ້ໄວເມື່ອເກີດໄພພິບັດ, ຫຼັງຈາກໄດ້ຮັບການຝຶກອົບຮົມທາງດ້ານການເງິນ, ທີມງານໄດ້ນຳພາປະຊາຊົນ ສ້າງແຜນການປະຕິບັດກິດຈະກຳ ໂດຍກຳນົດເອົາໜ້າວຽກ ຫຼື ກິດຈະກຳທີ່ຄົວເຮືອນຂອງເຂົາເຈົ້າຈະຈັດຕັ້ງປະຕິບັດຕົວຈິງໃນລະດູຝົນ ປີ 2026 ນີ້ ໂດຍແນໃສ່ນຳໃຊ້ເງິນທຶນຊ່ວຍເຫຼືອທີ່ທາງໂຄງການມອບໃຫ້ ສົມທົບກັບທຶນຂອງຄອບຄົວຂອງເຂົາເຈົ້າເອງ, ໂຄງການຍັງມີແຜນສືບຕໍ່ຊ່ວຍ ແລະ ຍັງຈະສົມທົບກັບອຳນາດການປົກຄອງແຂວງ, ເມືອງ, ບ້ານຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດເພື່ອໃຫ້ເກີດຜົນຕໍ່ການຜະລິດຢ່າງແທ້ຈິງ ເພື່ອສ້າງອະນາຄົດການຜະລິດກະສິກໍາທີ່ຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ຂໍ້ມູນ: World Food Programme

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles