ກາຍເປັນເລື່ອງລາວສຸດປະທັບໃຈທີ່ກຳລັງສ້າງຮອຍຍິ້ມໃຫ້ກັບຊາວເນັດຢ່າງຫຼວງຫຼາຍ! ເມື່ອມີຜູ້ໃຊ້ເຟສບຸກຊື່ວ່າ ທ່ານ ສົມປະສົງ ຕັນຈະເລີນ ໄດ້ອອກມາແບ່ງປັນປະສົບການການຊ່ວຍຊີວິດສັດໂລກຕົວນ້ອຍໆ ທີ່ຫຼາຍຄົນອາດຈະເບິ່ງຂ້າມ ແຕ່ສຳລັບລາວແລ້ວ “ທຸກຊີວິດມີຄ່າເທົ່າກັນ”.
ນາທີຊີວິດ: ບໍ່ຍອມປ່ອຍໃຫ້ເສຍຊີວິດໄປຕໍ່ໜ້າ
ເລື່ອງລາວເກີດຂຶ້ນເມື່ອທ່ານສົມປະສົງ ໄປພົບເຫັນ ອື່ງອ່າງ ຕົວໜຶ່ງກຳລັງຖືກ “ໂຕເງິນໂຕທອງ” ກັດເຂົ້າຢ່າງເຈັບປວດ ຈົນເລືອດອອກເຕັມຕົວ ແລະ ມີອາການສາຫັດ. ໃນນາທີນັ້ນ, ລາວບໍ່ລັງເລທີ່ຈະເຂົ້າໄປຊ່ວຍ ແລະ ຕັດສິນໃຈອຸ້ມອື່ງທີ່ເຕັມໄປດ້ວຍເລືອດ ຟ້າວມຸ່ງໜ້າໄປທີ່ຄລີນິກສັດທັນທີ
ສາຍຕາທີ່ສົງໄສ ກັບ ຄວາມຕັ້ງໃຈທີ່ແນ່ວແນ່
ທ່າມກາງສາຍຕາຂອງຄົນອ້ອມຂ້າງທີ່ເບິ່ງດ້ວຍຄວາມງົງວ່າ “ບ້າ ຫຼື ບໍ່?” ເພາະປົກກະຕິຄລີນິກສັດມັກຈະມີແຕ່ຄົນພາໝາ ຫຼື ແມວໄປຮັກສາ, ແຕ່ເຄສນີ້ພັດແມ່ນອື່ງ ແມ່ນແຕ່ທ່ານໝໍເອງ ເມື່ອເຫັນຄົນໄຂ້ພິເສດຢູ່ໃນອຸ້ງມື ກໍເຖິງກັບອອກອາການ “ງົງ” ໄປເລີຍ ເພາະບໍ່ຄ່ອຍມີໃຜໃສ່ໃຈຊີວິດສັດປະເພດນີ້ເຖິງຂັ້ນພາມາຫາໝໍຢ່າງຈິງຈັງ.
ຂ່າວດີ ຮີໂຣ້ຕົວນ້ອຍລອດຕາxແລ້ວ
ດ້ວຍຄວາມມຸ່ງໝັ້ນຂອງຜູ້ນຳສົ່ງ ແລະ ຝີມືການປິ່ນປົວຂອງທ່ານໝໍ, ຫຼ້າສຸດໄດ້ມີການອັບເດດຂ່າວດີວ່າ “ອື່ງປອດໄພແລ້ວ” ບາດແຜໄດ້ຮັບການຮັກສາຈົນຫາຍດີ. ແລະ ທີ່ໜ້າຮັກໄປກວ່ານັ້ນ, ທ່ານສົມປະສົງ ໄດ້ນຳເອົານ້ອງອື່ງຕົວນີ້ໄປປ່ອຍຄືນສູ່ທຳມະຊາດຕາມວິທີຊີວິດຂອງມັນເປັນທີ່ຮຽບຮ້ອຍແລ້ວ.
ແຫຼ່ງທີ່ມາ: Bright TV


