ໃນລະຫວ່າງວັນທີ 5-11 ພຶດສະພາ 2026 ທີ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍ່ຄືສະໂມສອນອາດີດຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ (LSAA) ໄດ້ຈັດງານພົບປະອາດີດຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ຄັ້ງທີ 34 ປະຈໍາປີ 2026 ຂຶ້ນ, ພາຍໃຕ້ຫົວຂໍ້: “ຊາວໜຸ່ມເດີນທະເລ ເສີມສ້າງ ຄວາມຊົງຈຳທີ່ດີ, ຄວາມສາມັກຄີ ປອງດອງ ແລະ ການພົວພັນຮ່ວມມື” (SSEAYP International: Enhancing Memories, Harmony & Connection). ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາ ສີວິໄລ ກໍາມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເຂົ້າຮ່ວມມີຮອງເລຂາຄະນະບໍລິຫານງານ ສຊປລ, ຄະນະກົມ, ຄະນະພະແນກ, ອາດີດຊາວໜຸ່ມເດີນທະເລ ພ້ອມດ້ວຍຄະນະຮັບບຜິດຊອບເຂົ້າຮ່ວມ.

ເຊິ່ງການຈັດງານພົບປະຄັ້ງນີ້ແມ່ນເພື່ອພົບປະແລກ ປ່ຽນບົດຮຽນ, ຮຽນຮູ້ວັດທະນະ ທຳອັນດີງາມ ຂອງແຕ່ລະ ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມກິດຈະກຳອາສາສະໝັກຊ່ວຍເຫຼືອສັງຄົມ. ນອກຈາກນີ້, ຍັງເປັນການສະເຫຼີມສະຫຼອງ ໂຄງການເດີນທະເລອາຊຽນ-ຍີ່ປຸ່ນ ຄົບຮອບ 49 ປີ, ວັນຄົບຮອບ 28 ປີ ທີ່ຊາວໜຸ່ມລາວ ເຂົ້າຮ່ວມໂຄງການດັ່ງກ່າວ ແລະ ງານພົບປະ SIGA ຄົບຮອບ 34 ປີ. ພ້ອມດຽວກັນນັ້ນ, ຍັງເປັນການສົ່ງເສີມການທ່ອງທ່ຽວ ແລະ ສ້າງລາຍ ຮັບໃຫ້ແກ່ຂະແໜງການຕ່າງໆຂອງ ສປປ ລາວ ພິເສດ, ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດເປັນຕົ້ນແມ່ນກິດຈະກຳຊ່ວຍເຫຼືອ ສັງຄົມ (SCA) ດ້ວຍການເຮັດກິດຈະກຳຊ່ວຍເລືອສັງຄົມ ທີ່ໂຮງຮຽນເດັກພິການປາກກືກ ແລະ ຫູໜວກ, ທັດສະນະສຶກສາຕາມສະຖານທີ່ສຳຄັນໃນນະຄອນຫຼວງວຽງຈັນ ເຊັ່ນ: ພຣະທາດຫຼວງ ແລະ ສວນປະຕູໄຊ ແລະ ພິພິທະພັນສິລະປະລາວ.

ຈາກນັ້ນຄະນະຜູ້ເຂົ້າຮ່ວມສືບຕໍ່ເດີນທາງໄປທັດສະນະສຶກສາ ທີ່ ເມືອງວັງວຽງ ແຂວງວຽງຈັນ ເພື່ອທັດສະນະສຶກສາສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ-ແຂວງ ແລະ ເຂົ້າຮ່ວມກິດຈະກຳກາງແຈ້ງ ເຊັ່ນ: ລ່ອງເຮືອ ຄາຢັກ, ຂີ່ລົດບັກກີ້, Zip-lining ແລະ ທ່ຽວຊົມບລູລາກູນ ນອກນີ້, ທາງຄະນະຍັງໄດ້ເຂົ້າຮ່ວມພິທີບາສີສູ່ຂວັນຕາມຮີບຄອງປະເພນີອັນດີງາມຂອງລາວ ເຊິ່ງໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ນາງ ມີນາ ສີວິໄລ ກໍາມະການສໍາຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
ຂໍ້ມູນ: ກົມສື່ມວນຊົນໜຸ່ມລາວ


