ໃນວັນທີ 11 ພຶດສະພານີ້, ອົງການອະນາໄມໂລກລາຍງານວ່າ: ປັດຈຸບັນໄດ້ຮັບການລາຍງານຜູ້ຖືກບົ່ງມະຕິວ່າຕິດເຊື້ອໄວຣັສຮັນຕາ ທີ່ມີສ່ວນກ່ຽວຂ້ອງກັບເຮືອທ່ອງທ່ຽວຮອນດີອຸສ 9 ກໍລະນີແລ້ວ, ໃນນັ້ນມີ 7 ກໍລະນີຖືກບົ່ງມະຕິວ່າຕິດເຊື້ອໄວຣັສແອນດີສ ທີ່ນອນຢູ່ໃນຕະກຸນເຊື້ອໄວຣັສຮານຕາ (HV) ແລະ ມີ 3 ກໍລະນີເສຍຊີວິດແລ້ວ.
ຜູ້ຖືກບົ່ງມະຕິວ່າຕິດເຊື້ອໄວຣັສແອນດີສ ຫຼ້າສຸດແມ່ນຜູ້ໂດຍສານຍິງຄົນໜຶ່ງທີ່ລົງເຮືອແລະ ກັບເມືອຝຣັ່ງໃນມື້ກ່ອນ.
ໃນມື້ດຽວກັນ, ທ່ານ ອໍລີເວຍ ເລ ໂປເລນ ຜູ້ຮັບຜິດຊອບໜ່ວຍງານຮັບມືດ້ານພະຍາດລະບາດວິທະຍາ ແລະ ການວິເຄາະຂອງອົງການອະນາໄມໂລກ ໄດ້ກ່າວໃນກອງປະຊຸມສຳມະນາສື່ສັງຄົມອອນລາຍກ່ຽວກັບໄວຣັສຮານຕາ ວ່າ: ປັດຈຸບັນ, ມີຜູ້ໂດຍສານທີ່ຖືກສົ່ງກັບຄືນປະເທດຄົນໜຶ່ງພວມລໍຖ້າຢືນຢັນຜົນການວິເຄາະຕື່ມອີກ. ນອກນີ້ ທ່ານຍັງໄດ້ແຈ້ງຂໍ້ມູນຫຼ້າສຸດກ່ຽວກັບການສົ່ງຜູ້ໂດຍສານ ແລະ ລູກເຮືອຂອງເຮືອທ່ອງທ່ຽວຮອນດີອຸສ ຢູ່ເກາະເຕເນຣີເຟ ຂອງແອັດສະປາຍ.
ເຖິງວ່າປັດຈຸບັນຍັງບໍ່ທັນມີການລາຍງານການພົບເຊື້ອດັ່ງກ່າວໃນ ສປປ ລາວ ຫຼື ໃນພາກພື້ນອາຊຽນ, ແຕ່ເນື່ອງຈາກ ສປປ ລາວ ເປັນປະເທດທີ່ມີການເປີດຮັບນັກທ່ອງທ່ຽວ ແລະ ມີການເດີນທາງລະຫວ່າງປະເທດຢ່າງຕໍ່ເນື່ອງ, ພໍ່ແມ່ປະຊາຊົນ ແລະ ຜູ້ທີ່ພວມມີແຜນເດີນທາງໄປຕ່າງປະເທດຄວນປ້ອງກັນຕົນເອງໃຫ້ດີ ຫາກມີອາການໄຂ້ສູງ, ປວດກ້າມຊີ້ນຢ່າງຮຸນແຮງ, ວິນຫົວ ຫຼື ມີອາການຫາຍໃຈຝືດ ຫຼັງຈາກກັບຈາກຕ່າງປະເທດ ຄວນຮີບຟ້າວໄປພົບແພດທັນທີ.
ຕິດຕາມຂ່າວສານ: ຈາກແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື ແລະ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຢ່າງໃກ້ຊິດ.
ການຮັກສາຄວາມສະອາດ ແລະ ການມີສະຕິໃນການເດີນທາງ ແມ່ນວິທີປ້ອງກັນທີ່ດີທີ່ສຸດໃນເວລານີ້. ຫາກມີຄວາມຄືບໜ້າເພີ່ມເຕີມ ທີມງານ “Lao Youth Radio FM 90MHz” ຈະຮີບຟ້າວນຳມາສະເໜີໃຫ້ທ່ານຊາບໃນທັນທີ.
ທີ່ມາ: CMG
Lao Youth Radio FM90MHz


