ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ ໄດ້ອອກແຈ້ງການເລກທີ 2182/ຮສສ.ວຈ, ລົງວັນທີ 11 ພຶດສະພາ 2026 ເຖິງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຊະນະຄາມ ເລື່ອງການເປີດຮັບສະໝັກ ແລະ ຂຶ້ນທະບຽນແຮງງານ ເພື່ອໄປເຮັດວຽກຕາມລະດູການ ໃນຂະແໜງການກະສິກຳ ຢູ່ ສ.ເກົາຫຼີ ໃນປີ 2026 ນີ້.
ການຮັບສະໝັກໃນຄັ້ງນີ້ແມ່ນມີຄວາມຕ້ອງການແຮງງານທັງໝົດ 300 ຄົນ, ເຊິ່ງປະກອບມີ:
ເພດຊາຍ (ໂສດ): 200 ຄົນ.
ເພດຍິງ (ໂສດ): 50 ຄົນ.
ຄູ່ຜົວເມຍ: 25 ຄູ່.
– ເປັນພົນລະເມືອງລາວ ແລະ ມີພູມລຳເນົາອາໄສຢູ່ເມືອງຊະນະຄາມ ຢ່າງໜ້ອຍ 1 ປີ.
– ອາຍຸລະຫວ່າງ 25-40 ປີ (ສຳລັບເພດຍິງຕ້ອງບໍ່ຢູ່ໃນໄລຍະຖືພາ ແລະ ບໍ່ມີລູກນ້ອຍຕ່ຳກວ່າ 1 ປີ).
– ມີອາຊີບພື້ນຖານທາງດ້ານກະສິກຳ (ເຮັດນາ, ເຮັດສວນ).
– ມີສຸຂະພາບແຂງແຮງ, ບໍ່ມີໂລກຕິດຕໍ່ ຫຼື ໂລກຕ້ອງຫ້າມ ເຊັ່ນ: ໄວຣັສຕັບບີ, ວັນນະໂລກ ແລະ ພະຍາດຕິດຕໍ່ທາງເພດສຳພັນ.
– ມີປະຫວັດດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫຼີ ຫຼື ຖືກຈຳກັດການເດີນທາງອອກນອກປະເທດ.
– ຄວາມສູງ 150 ຊັງຕີແມັດຂຶ້ນໄປ.
ຈົບການສຶກສາຊັ້ນປະຖົມຂຶ້ນໄປ (ສາມາດອ່ານ ແລະ ຂຽນພາສາລາວໄດ້).
– ມີໂທລະສັບສະມາດໂຟນເພື່ອໃຊ້ໃນການລົງທະບຽນ.
ວັນທີສຳພາດ ແລະ ຄັດເລືອກ: ວັນທີ 14-15 ພຶດສະພາ 2026.
ເວລາ: 08:00 – 16:00 ໂມງ.
ໝາຍເຫດ: ການລົງທະບຽນ, ສະໝັກ ແລະ ຄັດເລືອກແມ່ນ “ບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ”.
– ຮູບຖ່າຍຂະໜາດ 3×4 (6 ໃບ) ແລະ 3.5×4.5 (6 ໃບ) ພື້ນຂາວ.
– ສຳເນົາປຶ້ມສຳມະໂນຄົວ (3 ຊຸດ).
ສຳເນົາບັດປະຈຳຕົວ (3 ຊຸດ).
– ສຳເນົາໜັງສືຜ່ານແດນ (Passport) 3 ຊຸດ (ຖ້າມີຈະໄດ້ຮັບການພິຈາລະນາເປັນພິເສດ).
– ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາໃບຕາດິນຂອບທອງ ພ້ອມກັອບປີ້ 1 ຊຸດ (ເພື່ອໃຊ້ຄ້ຳປະກັນ).
ທາງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຢ່າງໂປ່ງໃສ ແລະ ຂໍໃຫ້ມີສະຕິລະວັງຕົວ ບໍ່ໃຫ້ມີນາຍໜ້າເຂົ້າມາມີສ່ວນຮ່ວມໃນຂະບວນການຄັດເລືອກຄັ້ງນີ້ຢ່າງເດັດຂາດ.
ສອບຖາມຂໍ້ມູນເພີ່ມເຕີມ:
ທ່ານ ສຳລານ ບົວວິຈິດ: 9805 1351
ທ່ານ ສຸພັງ ໂຊກວັນນະວົງ: 5977 7954
Lao Youth Radio FM90MHz


