12 ພຶດສະພາ 2026, ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢຽມຂ່ຳນັບຂອງທ່ານ ຄຣິດຕຽນ ເອໂດ (Mr. Cristian Aedo) ຫົວໜ້າຝ່າຍການສຶກສາ ຂົງເຂດອາຊີຕາເວັນອອກ ແລະ ປາຊີຟິກ ຈາກທະນາຄານໂລກ ພ້ອມດ້ວຍຄະນະ. ການພົບປະຄັ້ງນີ້ມີຈຸດປະສົງຫຼັກເພື່ອທົບທວນ, ລາຍງານຄວາມຄືບໜ້າ ແລະ ຊຸກຍູ້ແຜນວຽກງານການຮ່ວມມືລະຫວ່າງສອງພາກສ່ວນໃຫ້ເດີນໜ້າຢ່າງມີປະສິດທິພາບ.
ໃນພິທີ, ທັງສອງຝ່າຍໄດ້ຮ່ວມກັນຕີລາຄາສູງຕໍ່ຜົນສຳເລັດຂອງໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPEIII: LEAP) ທີ່ມີມູນຄ່າການຊ່ວຍເຫຼືອລວມກວ່າ 46,9 ລ້ານໂດລາສະຫະລັດ. ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ລວມມີການປັບປຸງພື້ນຖານໂຄງລ່າງດ້ວຍການປຸກສ້າງຫ້ອງຮຽນກຸ່ມພັດທະນາເດັກໃນຊຸມຊົນໄດ້ເຖິງ 172 ແຫ່ງ ໃນ 10 ແຂວງເປົ້າໝາຍ, ການຍົກລະດັບທັກສະການສອນໃຫ້ແກ່ຄູຝຶກ ແລະ ຄູສອນຊັ້ນປະຖົມ-ອະນຸບານໃນຫຼາຍຮ້ອຍໂຮງຮຽນ, ລວມທັງການສົ່ງເສີມອາຫານທ່ຽງໃນໂຮງຮຽນເພື່ອສ້າງຄວາມພ້ອມດ້ານໂພຊະນາການໃຫ້ແກ່ນັກຮຽນ.
ນອກຈາກນັ້ນ, ຍັງໄດ້ມີການລາຍງານຄວາມຄືບໜ້າຂອງໂຄງການໃໝ່ “Improving Frontline Workers Performance in Education and Health” ເຊິ່ງມີຈຸດປະສົງຫຼັກເພື່ອຍົກສູງຂີດຄວາມສາມາດຂອງພະນັກງານໃນຂັ້ນພື້ນຖານ, ໂດຍສະເພາະແມ່ນການສ້າງທັກສະໃຫ້ຄູສອນຊັ້ນປະຖົມໃນ 40 ເມືອງເປົ້າໝາຍ ແລະ ການຈັດສັນພະນັກງານໃຫ້ສົມຄູ່ກັບຄວາມຕ້ອງການຕົວຈິງໃນເຂດຫ່າງໄກສອກຫຼີກ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍເມກ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຈາກທະນາຄານໂລກ ເຊິ່ງເປັນປັດໄຈສຳຄັນໃນການຊຸກຍູ້ການປະຕິຮູບການສຶກສາຢູ່ ສປປ ລາວ ໃຫ້ມີຄຸນນະພາບດີຂຶ້ນ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂສິ່ງທ້າທາຍໃນດ້ານການປະສານງານ ແລະ ການບໍລິຫານງົບປະມານ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການບັນລຸຕາມຄາດໝາຍທີ່ວາງໄວ້.
ທາງດ້ານທ່ານ ຄຣິດຕຽນ ເອໂດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມຸ່ງໝັ້ນຂອງລັດຖະບານລາວ ແລະ ຢືນຢັນວ່າທະນາຄານໂລກພ້ອມທີ່ຈະເປັນຄູ່ຮ່ວມມືທາງດ້ານວິຊາການ ແລະ ງົບປະມານ ເພື່ອຮ່ວມກັນສ້າງພື້ນຖານການສຶກສາທີ່ເຂັ້ມແຂງໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນລາວໃນອະນາຄົດ.
ໃນໂອກາດນີ້, ຝ່າຍກະຊວງ ສສກ ຍັງໄດ້ສະເໜີໃຫ້ທະນາຄານໂລກ ພິຈາລະນາສືບຕໍ່ໃຫ້ການສະໜັບສະໜູນໃນແຜນງານບຸລິມະສິດໃໝ່ ເປັນຕົ້ນແມ່ນ:
1) ການປັບປຸງລະບົບການສຶກສາສາຍສາມັນສຶກສາ ຈາກ (5+4+3) ມາເປັນ (6+3+3).
2) ການປັບປຸງຫຼັກສູດຊັ້ນປະຖົມສຶກສາໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບສະພາບການໃໝ່.
3) ການສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມໂຮງຮຽນໃນ 40 ເມືອງສາມສ້າງ ເພື່ອຍົກສູງຄຸນນະພາບການຮຽນ-ການສອນ.
4) ການສະໜອງອຸປະກອນໄອທີ (IT) ແລະ ເຄື່ອງມືຮັບໃຊ້ທີ່ຈຳເປັນໃຫ້ແກ່ຂັ້ນທ້ອງຖິ່ນ ເພື່ອຫັນເປັນທັນສະໄໝໃນການບໍລິຫານການສຶກສາ.
ທີ່ມາ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ


