ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຢ່າງເປັນທາງການ ທີ່ໂຮງແຮມລາວພາຊາ ເພື່ອເສີມສ້າງການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ຝ່າຍລາວນໍາໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ຝ່າຍຫວຽດນາມນໍາໂດຍ ທ່ານ ນາງ ເລິມ ທິ ເຟືອງ ແທງ ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບການລົງນາມຄັ້ງນີ້ ມີຈຳນວນ 5 ສະບັບ ຄອບຄຸມການຮ່ວມມືຫຼາຍດ້ານ ໂດຍສອງຝ່າຍໄດ້ເຫັນດີສືບຕໍ່ປະສານສົມທົບກັນ ເພື່ອກະກຽມຈັດກິດຈະກຳຂະໜາດໃຫຍ່ ຕ້ອນຮັບການຄົບຮອບ 65 ປີ ການສ້າງຕັ້ງສາຍພົວພັນທາງການທູດ ແລະ ຄົບຮອບ 50 ປີ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນປີ 2027.
ນອກນີ້ ທັງສອງປະເທດຍັງຈະຮ່ວມມືຄຸ້ມຄອງມໍຣະດົກໂລກຂ້າມຊາຍແດນ ລະຫວ່າງ “ຫີນໜາມໜໍ່” ຂອງລາວ ແລະ “ຟອງຫຍາ-ແກບາງ” ຂອງຫວຽດນາມ ຕາມຫຼັກການຂອງ UNESCO ປີ 1972 ພ້ອມສ້າງຕັ້ງຄະນະປະສານງານຮ່ວມ ເພື່ອຄຸ້ມຄອງມໍຣະດົກໂລກຢ່າງຍືນຍົງ.
ໃນຂະແໜງວິຊາສະເພາະ ສອງຝ່າຍຈະສືບຕໍ່ຮ່ວມມືດ້ານຮູບເງົາ, ວິຈິດສິນ, ວຽກພິມຈຳໜ່າຍ ແລະ ຫໍສະໝຸດ ຕາມແຜນຮ່ວມມື 5 ປີ (2026-2030).
ດ້ານການທ່ອງທ່ຽວ ລາວໄດ້ສະເໜີໃຫ້ຫວຽດນາມຊ່ວຍຖ່າຍທອດປະສົບການດ້ານ AI ໃນການໂຄສະນາ, ການຕະຫຼາດ ແລະ ການອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວ ພ້ອມຜັນຂະຫຍາຍຄວາມຮ່ວມມື “ລາວ-ຫວຽດນາມ-ກຳປູເຈຍ” ໃຫ້ເປັນ “3 ປະເທດ 1 ຈຸດໝາຍປາຍທາງ” ເພື່ອດຶງດູດນັກທ່ອງທ່ຽວສາກົນໃຫ້ເພີ່ມຂຶ້ນ.
ການຮ່ວມມືໃນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການຍົກລະດັບສາຍພົວພັນມິດຕະພາບອັນດີງາມລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ເຕີບໂຕຢ່າງຮອບດ້ານ ທັງວຽກງານວັດທະນະທຳ, ການທ່ອງທ່ຽວ ແລະ ການພັດທະນາຮ່ວມໃນອະນາຄົດ.
ທີ່ມາ: ປະຊາຊົນ
: Lao Youth Radio


